• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະຊູແອັດຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະຊຸກຍູ້ການພົວພັນສອງຝ່າຍ

      ຕອນບ່າຍວັນທີ 15 ເມສາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີຊູແອັດ Stefan Löfven ເພື່ອແລກປ່ຽນກ່ຽວກັບການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະຊຸກຍູ້ການພົວພັນສອງຝ່າຍ.
            ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາມາດຕະການສັງລວມທີ່ຫວຽດນາມ ພວມຜັນຂະຫຍາຍແລະຄວາມຕັດສິນໃຈຂອງລັດຖະບານຫວຽດນາມໃນການຄວບຄຸມສະພາບການ, ປ້ອງກັນແລະສະກັດກັ້ນໂລກລະບາດແຜ່ລາມ. ບັນດາໝາກຜົນທີ່ຕັ້ງໜ້າເຊິ່ງຫວຽດນາມບັນລຸໄດ້ມາຮອດປັດຈຸບັນ, ໃນນັ້ນມີການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນຫວຽດນາມກໍ່ຄືພົນລະເມືອງຕ່າງປະເທດທີ່ພວມດຳລົງຊີວິດແລະເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ຊູແອັດສ້າງເງື່ອນໄຂເບິ່ງແຍງດູແລທາງການແພດແລະໜູນຊ່ວຍຢ່າງສະດວກໃຫ້ແກ່ພົນລະເມືອງຫວຽດນາມທີ່ພວມດຳລົງຊີວິດແລະເຮັດວຽກຢູ່ຊູແອັດໃນຊ່ວງເວລາທີ່ເກີດໂລກລະບາດນີ້.
            ທ່ານກໍ່ສະແດງໃຫ້ເຫັນວ່າຫວຽດນາມພ້ອມແລ້ວທີ່ຈະແບ່ງປັນຂໍ້ມູນຂ່າວສານ, ບົດຮຽນແລະປະສົບການຂອງຕົນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ກັບຊູແອັດກໍ່ຄືເພີ່ມທະວີການຮ່ວມມືກັບບັນດາປະເທດແລະອົງການຈັດຕັ້ງສາກົນຮ່ວມແຮງຮ່ວມໃຈກັນຮັບມືກັບໂລກລະບາດ.
            ສ່ວນທ່ານນາຍົກລັດຖະມົນຕີຊູແອັດໄດ້ຕີລາຄາສູງຕໍ່ໝາກຜົນອັນພົ້ນເດັ່ນຂອງຫວຽດນາມໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19ແລະປາດຖະໜາຢາກໃຫ້ສອງປະເທດມີການແລກປ່ຽນບົດຮຽນແລະເພີ່ມທະວີການຮ່ວມມືໃນການປ້ອງກັນ, ສະກັດກັ້ນໂລກລະບາດນີ້ນັບທັງໃນຂອບເຂດສອງຝ່າຍແລະຫຼາຍຝ່າຍ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top