• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແມ່ນພາກສ່ວນສຳຄັນໃນວິວັດການສ້າງໂຄງປະກອບລະບົບສະຫນອງຢູ່ພາກພື້ນ ແລະໃນທົ່ວໂລກ

ກອງປະຊຸມສຸດຍອດ WGS 2023 ດຶງດູດຜູ້ແທນ 10.000 ເຂົ້າຮ່ວມ, ໃນນັ້ນມີ 20 ທ່ານແມ່ນ ປະມຸກລັດ ແລະ ການນຳລັດຖະບານ, ການນຳບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ
  ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານໂລກ (WGS 2023). (ພາບ:baoquocte.vn)  

ແຕ່ວັນທີ 13 ຫາວັນທີ 15 ກຸມພາ ຢູ່ ນະຄອນ ດູບາຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດລັດຖະບານໂລກ (WGS 2023), ຢ້ຽມຢາມ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີຄັ້ງທີ 2 ກັບທ່ານ Saeed Mubarak Al-Hajeri ຮອງລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອມີເລດ

ກອງປະຊຸມສຸດຍອດ WGS 2023 ດຶງດູດຜູ້ແທນ 10.000 ເຂົ້າຮ່ວມ, ໃນນັ້ນມີ 20 ທ່ານແມ່ນ ປະມຸກລັດ ແລະ ການນຳລັດຖະບານ, ການນຳບັນດາອົງການຈັດຕັ້ງສາກົນ ແລະພາກພື້ນ. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຫລາຍບັນຫາການເມືອງ, ເສດຖະກິດ, ການຄຸ້ມຄອງ,ສັງຄົມ, ສິ່ງແວດລ້ອມ, ເຕັກໂນໂລຊີ, ປັນຍາປະດິດ..

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ຢັ້ງຢືນ: ຫວຽດນາມ ມີແຜນນະໂຍບາຍສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ. ຫວຽດນາມພວມມານະພະຍາຍາມ ປະຕິບັດຄຳໝັ້ນສັນຍາຫລຸດຜ່ອນອາຍພິດໃຫ້ລົງຢູ່ລະດັບ “0” ໃນປີ 2050, ບຸລິມະສິດຍູ້ແຮງການຫັນປ່ຽນພື້ນຖານເສດຖະກິດໂດຍອີງໃສ່ຄວາມກ້າວຫນ້າດ້ານວິທະຍາສາດເຕັກໂນໂລຊີ, ການປ່ຽນໃຫມ່ປະດິດຄິດສ້າງ.

 ທີ່ກອງປະຊຸມຄັ້ງນີ້, ໃນບົດກ່າວປາໄສຂອງຕົນ, ທ່ານ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ ເນັ້ນຫນັກວ່າ: ຫວຽດນາມແມ່ນພາກສ່ວນ ສຳຄັນ ຫນຶ່ງໃນວິວັດການສ້າງໂຄງປະກອບລະບົບສະຫນອງຢູ່ ພາກພື້ນ ແລະໃນທົ່ວໂລກ./.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top