• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເລື່ອນຂັ້ນຂຶ້ນແບບກ້າວກະໂດດກ່ຽວກັບດັດຊະນີການພັດທະນາມະນຸດ

ບົດລາຍງານການພັດທະນາມະນຸດທົ່ວໂລກ ໂດຍໂຄງການພັດທະນາ ສະຫະປະຊາຊາດ (UNDP) ປະກາດຫວ່າງແລ້ວນີ້ (13 ມິນາ ຕາມເວລາ ນິວຢອກ ສະຫະລັດ ອາເມລິກາ) ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດມີການພັດທະນາມະນຸດຢູ່ໃນລະດັບສູງ. ດັດຊະນີການພັດທະນາມະນຸດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງໃນໄລຍະ 30 ປີຜ່ານມາ. ນີ້ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບປະສິດທິຜົນຂອງບັນດານະໂຍບາຍເພື່ອມະນຸດຂອງ ພັກ ແລະ ລັດ ຫວຽດນາມ ໃນຫລາຍທົດສະຫວັດຜ່ານມາ.
ພາບປະກອບ:TTXVN

ດັດຊະນີການພັດທະນາມະນຸດ (HDI) ແມ່ນຫນຶ່ງໃນບັນດາຄາດໝາຍສັງລວມ, ວັດແທກຄຸນນະພາບການພັດທະນາເສດຖະກິດ - ສັງຄົມຂອງປະເທດຫນຶ່ງ, ເຂດດິນແດນ ຫລືທ້ອງຖິ່ນຫນຶ່ງ ໂດຍໂຄງການພັດທະນາຂອງ ສປຊ (UNDP) ລິເລີ່ມແຕ່ປີ 1990 ແລະ ໄດ້ປະກາດເປັນປະຈຳ.

ເພີ່ມຂຶ້ນເກືອບ 50%ໃນໄລຍະ 30 ປີຜ່ານມາ

ການພັດທະນາມະນຸດແມ່ນຈຸດສຸມໃນຍຸດທະສາດພັດທະນາຂອງຫວຽດນາມ ໃນຫລາຍທົດສະວັດຜ່ານມາ ແລະ ສິ່ງນີ້ໄດ້ນຳມາເຊິ່ງບັນດາໝາກຜົນຕັ້ງຫນ້າ. ຕາມບົດລາຍງານຂອງ UNDP, ດັດຊະນີພັດທະນາມະນຸດຂອງ ຫວຽດນາມ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ; ເພີ່ມຂຶ້ນເກືອບ 50% ແຕ່ 0,493 ໃນປີ 1990 ຂື້ນເປັນ 0,726 ໃນປີ 2022. ໃນຊຸມປີ 1990 ເມື່ອ UNDP ເລີ່ມແນະນຳ HDI, ຫວຽດນາມ ແມ່ນຢືນອັບດັບທ້າຍຂອງຕາຕະລາງຈັດອັນດັບ ແຕ່ໄດ້ບືນຂຶ້ນຢືນອັນດັບກວ່າເຄິ່ງຫນຶ່ງໃນຕາຕະລາງຈັດອັນດັບ ພາຍຫລັງທີ່ບັນລຸໄດ້ບັນດາຄວາມກ້າວຫນ້າຢ່າງຕໍ່ເນື່ອງໃນໄລຍະ 30 ປີຜ່ານມາ. ແລະ ໃນການຈັດອັນດັບຄັ້ງນີ້ຂອງ ຫວຽດນາມ(ໂດຍອີງໃສ່ຕົວເລກປີ 2022) ແມ່ນຢູ່ໃນລະດັບ 107/193 ປະເທດ ແລະ ເຂດແຄ້ວນ.        

 ຕາມ UNDP ແລ້ວ, ອັນດັບ ຂອງ ຫວຽດນາມ ໄດ້ຫຍັບຂຶ້ນອັນດັບທີ່ດີກວ່າ ກໍ່ຍ້ອນວ່າ ພື້ນຖານເສດຖະກິດຍັງຄົງສືບຕໍ່ເຕີບໂຕໃນໄລຍະເກີດໂລກລະບາດ. ຫວຽດນາມ ໄດ້ຢັ້ງຢືນໃຫ້ເຫັນການເຕີບໂຕເພີ່ມຂຶ້ນສູງໃນປີ 2022 ແລະ ສິ່ງນີ້ໄດ້ຍົກລະດັບການພັດທະນາມະນຸດ. ບັນດາຕົວເລກອື່ນທີ່ກ່ຽວຂ້ອງເຖິງລະດັບວິຊາສະເພາະ ແລະ ອາຍຸຍືນ ກໍ່ສືບຕໍ່ໄດ້ຮັບການປົວແປງ. ເມື່ອຕີລາຄາກ່ຽວກັບບັນດາຄວາມກ້າວຫນ້າຂອງຫວຽດນາມ, ທ່ານນາງ Pauline Tamesis ຜູ້ປະສານງານ ຂອງສປຊ ປະຈຳຫວຽດນາມ ໃຫ້ຮູ້ວ່າ:

 “ບັນດາຄວາມກ້າວຫນ້າຂອງຫວຽດນາມ ໃນການເຕີບໂຕເສດຖະກິດ, ການຫລຸດຜ່ອນຄວາມທຸກຍາກ, ປັບປຸງບັນດາດັດຊະນີສັງຄົມ ແມ່ນສິ່ງທີ່ເປັນຫນ້າຍ້ອງຍໍ. ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວຫນ້າສຳຄັນໃນການພັດທະນາມະນຸດ. ນັບແຕ່ປີ 2019 ຫວຽດນາມ ໄດ້ຮັບການຮັບຮູ້ຄືດັ່ງປະເທດມີດັດຊະນີພັດທະນາມະນຸດຢູ່ໃນລະດັບສູງ. ມາດຖານຜູ້ທຸກຍາກຫລາຍຂົ້ວໄດ້ຫລຸດລົງຢ່າງແຮງ ຈາກອັດຕາ 9% ໃນປີ 2016 ລົງເຫລືອອັດຕາ 3,6% ໃນປີ 2022. ນີ້ແມ່ນການປັບປຸງທີ່ເປັນຫນ້າປະທັບໃຈ ເພາະວ່າ ສິ່ງນີ້ແມ່ນໝາຍຄວາມວ່າ ປະຊາຊົນມີອາຍຸຍືນສູງກວ່າ, ສຸຂະພາບແຂງແຮງກວ່າ ດ້ວຍອາຍຸຍືນສະເລ່ຍຂອງປະຊາຊົນແມ່ນເພີ່ມຂຶ້ນກວ່າ 73,6 ປີ. ປະກັນສຸຂະພາບແມ່ນໄດ້ມາເຖິງ 92% ຈຳນວນປະຊາກອນ.ໃນປີ 2022 ອັດຕາຜູ້ວ່າງງານຂອງຫວຽດນາມ ຫລຸດລົງເຫລືອພຽງ 2,32% ຊ່ວຍຫວຽດນາມ ບັນລຸໄດ້ຄາດໝາຍພັດທະນາແບບຍືນຍົງ(SDG) ທີ່ໄດ້ວາງອອກ”

ການພັດທະນາມະນຸດສືບຕໍ່ແມ່ນບັນຫາຈຸດສຸມໃນຍຸດທະສາດພັດທະນາປະເທດຊາດ

ໃນທັດສະນະຂອງການນຳພາ, ພັກກອມມູນິດ ຫວຽດນາມຍາມໃດກໍ່ເອົາໃຈໃສ່ເຖິງບົດບາດຂອງປັດໄຈມະນຸດໃນການພັດທະນາ. ໃນພາລະກິດແຫ່ງການປ່ຽນແປງໃຫມ່, ພັກ, ລັດ ຫວຽດນາມ ໄດ້ກຳນົດ ເອົາມະນຸດເຂົ້າເປັນທີ່ຕັ້ງໃຈກາງຂອງບັນດານະໂຍບາຍພັດທະນາ; ການເບິ່ງແຍງດູແລມະນຸດແມ່ນເປົ້າໝາຍສູ້ຊົນສູງສຸດຂອງລະບອບ. ທຸກແຜນນະໂຍບາຍ, ນະໂຍບາຍພັດທະນາລ້ວນແຕ່ເລິ່ມມາຈາກມະນຸດ, ຖືມະນຸດເປັນໃຈກາງ. ທ່ານນາງ Pauline Tamesis ຜູ້ປະສານງານ ຂອງສປຊ ປະຈຳຫວຽດນາມ

 “ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ລົງທຶນເຂົ້າບັນດາຂົງເຂດຄື: ຮູບແບບການເຕີບໂຕນະວັດຕະກຳ; ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ, ຫັນປ່ຽນພະລັງງານແບບຍຸຕິທຳ; ປົກປັກຮັກສາຊີວະນາໆພັນ, ຊັບພະຍາກອນ; ຫັນເປັນດິຈີຕອນ ແລະລະບົບສະບຽງອາຫານ. UNDP ຈະສືບຕໍ່ສະຫນັບສະຫນູນບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ, ໃນນັ້ນ ມີແຜນການດຳເນີນງານແຫ່ງຊາດ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ”.

ການພັດທະນາມະນຸດ ຍາມໃດກໍ່ແມ່ນບັນຫາຈຸດສຸມໃນນະໂຍບາຍພັດທະນາຂອງ ຫວຽດນາມ. ບັນດາຜົນງານກ່ຽວກັບການພັດທະນາມະນຸດໂດຍໄດ້ຮັບຮູ້ຈາກສາກົນ ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບປະສິດທິຜົນຈາກບັນດານະໂຍບາຍເພື່ອມະນຸດຂອງພັກ ແລະ ລັດຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top