• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຮຽກຮ້ອງປະຊາຄົມສາກົນສ້າງໜ່ວຍໂລກແຫ່ງສັນຕິພາບແລະມີຄວາມໝັ້ນຄົງ

ທ່ານ​ນາງ ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ
(ພາບ: TTXVN)
      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ປຶກສາ​ຫາລື​ລວມຂອງ​ຄະນະ​ກຳມະການຫລຸດ​ຜ່ອນ​ກຳລັງ​ອາວຸດ ​ແລະ ທະຫານ ແລະ ຄວາມ​ໝັ້ນຄົງ​ສາກົນ, ຄະນະ​ກຳມະ​ການ 1, ພວມ​ດຳ​ເນີນ​ໄປ​ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ​ຢູ່ ນິວຢ​ອກ, ອາ​ເມ​ລິ​ກາ, ທ່ານ​ນາງ ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ຫົວໜ້າ​ຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ສະຫະ​ປະຊາ​ຊາດ ຮຽກ​ຮ້ອງປະຊາ​ຄົມ​ສາກົນ ພ້ອມ​ກັນ​ສ້າງໜ່ວຍ​ໂລກ​ແຫ່ງ​ສັນຕິພາບ ​ແລະ ມີ​ຄວາມ​ໝັ້ນຄົງ, ຊຸກຍູ້​ວັດທະ​ນະ​ທຳ​ເຄົາລົບ ​ແລະ ມີການ​ປະພຶດ​ເໝາະ​ສົມ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຂອງກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​​ເຟືອງ​ງາ ຊີ້​ແຈ້ງວ່າ: ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ສະໜັບສະໜູນ​ຕ້ານການ​ເຜີຍ​ແຜ່, ຫລຸດຜ່ອນກຳລັງ​ອາວຸດ ​ແລະ ທະຫານ​ຢ່າງຮ້ອບດ້ານ ​ແລະ ລະອຽດ, ພິ​ເສດ​ແມ່ນ​ອາ​ວຸດ​ນິວ​ເຄຼຍ ​ແລະ ອາວຸດລ້າງຜານ. ທ່ານ​ນາງ ຫງວຽນ​ເຟືອງ​ງາ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັບ​ບັນດາ​ປະ​ເທດ​ສູ້​ຊົນ​​ເພື່ອ​ຈຸດໝາຍ​ລວ​ມນີ້, ກໍ່ຄື​ຮັບປະກັນ​ຄວາມ​ໝັ້ນຄົງຄວາມ​ສະຫງົບ​ປອດ​ໄພ​ໃນ​ວິວັດ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ - ສັງຄົມ
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top