• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສະໜັບສະໜູນເລື່ອງເພີ່ມທະວີການຮັບປະກັນຄວາມສະຫງົບປອດໄພໃຫ້ກຳລັງຮັກສາສັນຕິພາບ

ວາລະປະຊຸມປືກສາຫາລືເປີດກອງປະຊຸມປະຈຳປີຂອງຄະນະກຳມະການພິເສດ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ ໄດ້ເປີດຂຶ້ນຢູ່ ນະຄອນ New York, ອາເມຣິກາ, ໃນວັນທີ 14 ກຸມພາ 2022.

ທ່ານນາງຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ

(ພາບ: ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ)

ກ່າວຄຳປາໄສຢູ່ກອງປະຊຸມ, ທ່ານນາງຫງວຽນເຟືອງຈ່າ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ແບ່ງປັນເຖິງປະຊາຄົມສາກົນ ກ່ຽວກັບຄວາມເອົາໃຈໃສ່ຂອງ ຫວຽດນາມ ໃນຂົງເຂດຮັກສາສັນຕິພາບ, ພິເສດໃນວຽກງານຮັບປະກັນຄວາມສະຫງົບ, ປອດໄພ ຂອງກຳລັງຮັກສາສັນຕິພາບ ກໍ່ຄືວຽກງານສະໜັບສະໜູນແຫຼ່ງກຳລັງ, ເພີ່ມທະວີພາລະບົດບາດອົງການຂອງບັນດາການຕັດຈັ້ງພາກພື້ນຄື ສະມາຄົມບັນດາປະເທດຕາເວັນອອກສ່ຽງໃຕ້ (ASEAN) ແລະ ການເຂົ້າຮ່ວມຂອງແມ່ຍິງໃນບັນດາການເຄື່ອນໄຫວສັນຕິພາບ. ຜູ້ຕາງໜ້າ ໃຫ້ຫວຽດນາມ ກໍ່ໄດ້ແຈ້ງຂໍ້ມູນກ່ຽວກັບເລື່ອງ ຫວຽດນາມ ແມ່ນໜຶ່ງໃນ 4 ສູນບຳລຸງສ້າງໃຫ້ແກ່ກຳລັງຮັກສາສັນຕິພາບ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ກຽມພ້ອມຊຸກຍູ້ການຮ່ວມມືໃນຂົງເຂດນີ້.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top