• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບປະຊາຄົມສາກົນເພື່ອປົກປັກຮັກສາສະພາບແວດລ້ອມຢູ່ທະເລ

ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ, 
ຜູ້​ປະຈຳການ​ສະພາ​ແຫ່ງ​ຊາດ ຫວຽດນາມ
(ພາບ: TTXVN)
      ວັນ​ທີ 13/2 ຢູ່​ສຳນັກງານ​ຂອງ ສະຫະ​ປະຊາ​ຊາດ (ສປຊ) ທີ່ ນິວຢອກ, ອາ​ເມ​ລິ​ກາ, ດຳ​ເນີນ​ວາລະ​ອະພິປາຍ​ປະຈຳ​ປີ​ລະຫວ່າງ  ສະຫະພັນ​ລັດຖະສະພາ​ສາກົນ (IPU) ​ແລະ ສປຊ. ຫົວ​ຂໍ້​ຂອງ​ວາລະ​ອະພິປາຍ​ປີ​ນີ້​ແມ່ນ “​ໂລກ​ສີຟ້າ: ການ​ອະນຸລັກ​ຮັກສາ​ມະຫາ​ສະໝຸດ, ປ້ອງກັນ​ໜ່ວຍ​ໂລກ, ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ມະນຸດ“. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ, ຜູ້​ປະຈຳການ​ສະພາ​ແຫ່ງ​ຊາດ ຫວຽດນາມ, ​ເນັ້ນ​ໜັກ​ວ່າ: ສັນຕິພາບ, ຄວາມ​ໝັ້ນຄົງ ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ຊີ້​ຂາດ​ການ​ພັດທະນາ​ຢ່າງ​ໝັ້ນຄົງ. ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ປະ​ເທດ​ພວມ​ມານະ​ພະຍາຍາມ​ກະທຳ​ຢ່າງ​ມີຄວາມ​ຮັບ​ຜິດ​ຊອບ, ດ້ວຍ​ຄວາມ​ປາຖະໜາພ້ອມ​ກັນ​ເຄົາລົບ​ກົດໝາຍ​ສາກົນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໃຫ້​ຮູ້​ວ່າ, ຫວຽດນາມ​ແມ່ນ​ປະ​ເທດ​ແຄມ​ທະ​ເລ, ມີ​ທີ່​ຕັ້ງ​ສຳຄັນ​ໃນ​ສາຍ​ທາງ​ເດີນ​ທະ​ເລ​ສາກົນ ​ແລະ ກໍ່​ຖືກ​ຜົນ​ກະທົບ​ຫຼາຍ​ຢ່າງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນຳ້​ທະ​ເລ​ຂຶ້ນ​ສູງ. ດັ່ງ​ນັ້ນ, ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ບັນດາ​ຂະ​ແໜງ​ເສດຖະກິດ​ທະ​ເລ ​ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ທະ​ເລ. ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ປະຊາ​ຄົມ​ສາກົນ​ເພື່ອ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​, ຂຸດ​ຄົ້ນ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ທະ​ເລ​ຢ່າງ​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ, ພ້ອມ​ທັງ​ຕິດ​ແໜ້ນ​ກັບ​ໜ້າ​ທີ່​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຊາດ.
        ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ ສະ​ເໜີ​ສືບ​ຕໍ່​ປັບປຸງ​ລະບົບ​ເອກະສານ​ດ້ານ​ກົດໝາຍ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ກໍ່​ສະ​ເໜີ IPU ​ແລະ ສະພາ​ແຫ່ງ​ຊາດ​ປະ​ເທດ​ຕ່າງໆ​ດຳ​ເນີນ​ການ​ກວດກາ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ບັນດາ​ຂໍ້​ສະ​ເໜີເປັນ​ປະຈຳ, ​ໂດຍ​ຜ່ານ​ວາລະ​ປະຊຸມ​ນີ້ ກໍ່​ຄື​ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ທະ​ເລ ​ແລະ ມະຫາ​ສະໝຸດ​ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຜົນ​ທີ່​ບັນລຸ​ໄດ້ ​ແລະ ບັນດາ​ຄວາມ​ຈຳກັດ, ສິ່ງ​ຄົງ​ຄ້າງ ​ເພື່ອ​ພ້ອມ​ກັນ​ຍົກ​ອອກ​ທິດ​ທາງ​ແກ້​ໄຂ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top