• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຝືກແອບຄັ້ງສຸດທ້າຍ ໃຫ້ແກ່ກຳລັງເຂົ້າຮ່ວມການຮັກສາສັນຕິພາບ ຢູ່ຊູດັງໃຕ້

      ວັນທີ 23 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ໂຮງໝໍເສນາຮັກ 175 ໄດ້ຈັດພິທີເປີດການຝຶກແອບ ສັງລວມໃຫ້ແກ່ພະນັກງານ, ນັກຮົບໂຮງໝໍກາງສະໜາມຂັ້ນ 2 ເລກ 3 ເພື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.
ໂຮງໝໍກາງສະໜາມຂັ້ນ ເລກ 3 ພ້ອມແລ້ວທີ່ຈະອອກເດີນທາງໄປປະຕິບັດໜ້າທີ່ (ພາບ: sggp.org.vn)
      ບັ້ນຝຶກແອບຄັ້ງນີ້ແມ່ນບາດກ້າວກະກຽມສຳຄັນທຸກດ້ານ, ລວມມີກຳລັງຄວາມສາມາດການເຄື່ອນໄຫວ, ບັນຊາ, ຄຸ້ມຄອງ, ຂັ້ນຕອນວິຊາສະເພາະໃຫ້ແຫ່ໂຮງໝໍກາງສະໜາມຂັ້ນ 2 ເລກ 3  ກ່ອນທີ່ຈະອອກເດີນທາງໄປເຂົ້າຮ່ວມກຳລັງຮັກສາສັນຕິພາບສາກົນຢູ່ ຊູດັງໃຕ້. ໃນຄັ້ງນີ້, ພະນັກງານ, ນັກຮົບຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ຮ່ຳຮຽນດ້ານທັກສະທີ່ຈຳເປັນຕື່ມອີກເພື່ອໄປປະຕິບັດໜ້າທີ່ຢູ່ຊູດັງໃຕ້.
        ນີ້ແມ່ນການຝຶກແອບຄັ້ງສຸດທ້າຍກ່ອນທີ່ ພະນັກງານ 63 ຄົນຂອງ ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຈະອອກເດີນທາງໄປປະຕິບັດໜ້າທີ່ໃນໄຕມາດທີ I ຂອງປີ 2021.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top