• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າທີ່ກອງປະຊຸມເຈົ້າຫນ້າທີ່ອາວຸໂສ G20

      

      ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ 20 ພື້ນ​ຖານ​ເສດ​ຖະ​ກິດ​ແຖວ​ຫນ້າ​ຂອງ​ໂລກ G20, ກອງປະ​ຊຸມ​ຄັ້ງ​ທີ 2  ບັນ​ດາ​ເຈົ້າ​ຫນ້າ​ທີ່​ອາ​ວຸ​ໂສ ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 23-24/3 ຢູ່ Frankfurt ພາຍ​ໃຕ້​ການ​ເປັນ​ເຈົ້າ​ພາບ​ຂອງ ເຢຍ​ລະ​ມັນ. ທີ່ກອງ​ປະ​ຊຸມ, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ ປະ​ກອບ​ຄຳ​ເຫັ​ນ​ຫລາຍ​ຢ່າງ​ທີ່​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫວູກວາງ​ມີງ ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຫວຽດ​ນາມ ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ໂລ​ກາ​ພິ​ວັດ ແລະ ການ​ຄ້າ​ຫລາຍ​ຝ່າຍ, ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ຈົ່ງ​ເອົາ​ໃຈ​ໃສ່​ປັບ​ປຸງ​ນະ​ໂຍ​ບາຍ​ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ໂລ​ກາ​ພິ​ວັດ​ໄດ້​ຮັບ​ການ​ຈັດ​ແບ່ງ​ຢ່າງ​ສະ​ໝ່ຳ​ສະ​ເຫມີ, ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ກວມ​ລວມ ແລະ ໝັ້ນ​ຄົງ. ຄຳ​ເຫັນ​ປະ​ກອບ​ຂອ​ງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ແມ່ນ​ກ່ຽວ​ຂ້ອງ​ເຖິງ​ການ​ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຮ່ວມ​ມື​ສາມ​ຝ່າຍ​ຫນູນ​ຊ່ວຍ ອາ​ຟ​ຼິ​ກາ, ກາ​ນ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030, ຕ້ານ​ການ​ຄ້າ​ຂາຍສັດ​ປາ​ຢ່າງ​ຜິດ​ກົດ​ໝາຍ.. ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ປະ​ເທດ​ເຈົ້າ​ພາບ ເຢຍ​ລະ​ມັນ ແລະ ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top