• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຕັ້ງຫນ້າ,ເປັນເຈົ້າການໃນການເຂົ້າຮ່ວມເວທີປາໄສ ສປຊ

      ເນື່ອງໃນໂອກາດກອງປະຊຸມການທູດຄັ້ງທີ 30 ຈະຈັດຕັ້ງຢູ່ ຮ່າໂນ້ຍ ແຕ່ວັນທີ 12-17 ສິງຫາ, ທ່ານດັ້ງດີງກູຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປຊ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ: “ຫວຽດນາມ ເຂົ້າຮ່ວມບັນດາເວທີປາໄສ ສປຊ: ເປັນເຈົ້າການ, ຕັ້ງຫນ້າ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ”.

ທ່ານດັ້ງດີງກູຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປຊ 
ພາບ:vietnam+
      ທ່ານເອກອັກຄະລັດຖະທູດ ເນັ້ນຫນັກວ່າ: ຫວຽດນາມ ນັບມື້ນັບມີຄວາມເປັນເຈົ້າການ ແລະ ຕັ້ງຫນ້າ ເຂົ້າຮ່ວມຫລາຍຂົງເຂດເຄື່ອນໄຫວຂອງ ສປຊ, ປະກອບສ່ວນຊຸກຍູ້ສັນຕິພາບ, ເອກະລາດ, ອະທິປະໄຕ, ຄວາມກ້າວຫນ້າສັງຄົມ, ຮັບປະກັນສິດທິມະນຸດ… ຫວຽດນາມ ຍາມໃດກໍ່ມີຄວາມສະເຫມີຕົ້ນສະເຫມີປາຍໃນການຖືເປັນສຳຄັນບັນດາຫລັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດ ສປຊ ໃນການແກ້ໄຂການປະທະກັນ, ຄວາມຂັດແຍ້ງສາກົນໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ, ບໍ່ນຳໃຊ້ ຫລືນາບຂູ່ການນຳໃຊ້ອາວຸດ.
 (ແຫຼ່ງຄັດຈາກ VOV)
 

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top