• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຍາມໃດກໍ່ຖືການພັດທະນາການພົວພັນຮ່ວມມືກັບສເກົາຫລີເປັນສຳຄັນ

      ວັນທີ 18 ມັງກອນ ຢູ່ຮ່າໂນ້ຍ, ຫວຽດນາມຍາມໃດກໍ່ຖືການພັດທະນາການພົວພັນຮ່ວມມືກັບສເກົາຫລີເປັນສຳຄັນ, ນັ້ນແມ່ນຄຳຢືນຢັນຂອງທ່ານ ຟຸ່ງກວັກຫຽນ ຮອງປະທານສະພາແຫ່ງຊາດ ທີ່ການຕ້ອນຮັບທ່ານ Lee Jinbok, ຫົວຫນ້າຄະນະຜູ້ແທນສະພາແຫ່ງຊາດ ສເກົາຫລີ ເຂົ້າຮ່ວມ APPF 26. 

ທ່ານ ຟຸ່ງກວັກຫຽນ ຮອງປະທານສະພາແຫ່ງຊາດຕ້ອນຮັບທ່ານ Lee Jinbok,
ຫົວຫນ້າຄະນະຜູ້ແທນສະພາແຫ່ງຊາດ ສເກົາຫລີ
ພາບ:TTXVN
      ເມື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ຖືວ່າ: ສອງຝ່າຍຄວນເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມື, ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສລັດຖະສະພາຫລາຍຝ່າຍ, ເພີ່ມທະວີການແລກປ່ຽນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຕາມເນື້ອໃນຈິດໃຈຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ.
      ກ່ຽວກັບການລົງທຶນ, ຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ທ່ານຮອງປະທານສະພາແຫ່ງຊາດ ປາດຖະຫນາຢາກ ສເກົາຫລີ ສົ່ງເສີມບັນດາວິສາຫະກິດມາລົງທຶນຢູ່ຫວຽດນາມໃນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃຫມ່, ອຸດສາຫະກຳຫນູນຊ່ວຍ, ສະຫນອງບັນດາບ້ວງຊ່ວຍເຫລືອລ້າ ODA ໃຫ້ແກ່ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top