• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫລາຍປະເທດຢູ່ ອາເມລີກາໃຕ້ ປະກາດສະພາວະສຸກເສີນ

      ວັນທີ 17 ມີນາ ທ່ານ Ivan Duque ປະທານາທິບໍດີ ໂກລົມບີ ໄດ້ປະກາດສະພາວະສຸກເສີນໃນ ສະພາບການປະເທດນີ້ຍົກອອກບັນດາມາດຕະການເພື່ອສະກັດກັ້ນການແຜ່ລະບາດຂອງ ໄວຣັດ SARS-CoV-2. 

ປະຊາຊົນ ເວເນຊູເອລາ ເຮັດລະບຽບການເຂົ້າເມືອງ ຢູ່ ເຂດຊາຍແດນ ໂກລົມບີ ແລະ ເວເນຊູເອລາ
ພາບ: AFP/TTXVN
      ໃນນັ້ນ ຮຽກຮ້ອງຕ້ອງແຍກຕົວແບບບັງຄັບສຳລັບຜູ້ມີອາຍຸກວ່າ 70 ປີ, ເລີ່ມແຕ່ 7 ໂມງເຊົ້າວັນທີ 20 ມີນາ - 31 ພຶດສະພາ. ໄລ່ມາຮອດຈຸດເວລານີ້ ໂກລົມບີ ມີ 75 ຄົນຕິດ SARS-CoV-2.
ໃນຂະນະນັ້ນ ລັດຖະບານ ເປຣູ ກໍ່ປະກາດສະພາວະສຸກເສີນ, ວາງອອກຫລາຍມາດຕະການປ້ອງກັນ ຄວບຄຸມໂລກພະຍາດຄື: ປິດປະຕູຊາຍແດນ, ຢຸດຕິສິກໄປມາ, ຊີ້ນຳກອງທັບ ແລະ ຕຳຫລວດ ຮັບປະກັນບໍລິການສາທາລະນະ ແລະ ຮຽກຮ້ອງປະຊາຊົນຢູ່ເຮືອນສ່ວນຕົວ, ເຮັດວຽກ ອອນລາຍ. ປະຈຸບັນ ປະເທດນີ້ ມີ 71 ຄົນຕິດ SARS-CoV-2.
ໂບລີວີ ແລະ ຮອນດູຣັດ ກໍໄດ້ວາງອອກບັນດາມາດຕະການເຊັ່ນດຽວກັນ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ຍ້ອນ 2 ປະເທດນີ້ພວມມີ 18 ຄົນ ຕິດ SARS-CoV-2. ໃນຂະນະນັ້ນ ຢູ່ ອາຊີ ລັດຖະບານ ອົດສະຕາລີ ພວມມີແຜນການອະນຸຍາດໃຫ້ ພະນັກງານ, ລັດຖະການ 1,2 ລ້ານຄົນເຮັດວຽກ ຢູ່ບ້ານ ເມື່ອເຊື້ອພະຍາດ SARS-CoV-2 ແຜ່ລະບາດອອກສູ່ວົງກວ້າງ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top