• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ສັ້ນ

ຈຸດເວລາຍິງລູກສອນໄຟນີ້ ແມ່ນກ່ອນເວລາດຳເນີນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຢູ່ລັດ New Hampshire ພຽງແຕ່ 6 ຊົ່ວໂມງເທົ່ານັ້ນ.
ຮູບພາບຍິງລູກສອນໄຟ Hwasong-19 ໃນວັນທີ 31/10 ໂດຍສື່ມວນຊົນ ສປປ.ເກົາຫຼີ ປະກາດ (ພາບ: KCNA)

ຕາມສະພາຫົວໜ້າເສນາທິການທະຫານປະສົມ ສ.ເກົາຫຼີ ແລ້ວ, ໃນເວລາປະມານ 7 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 5 ພະຈິກ ຕາມເວລາທ້ອງຖິ່ນ, ກອງທັບ ສ.ເກົາຫຼີ ໄດ້ກວດພົບລູກສອນໄຟນຳວິທີໄລຍະສັ້ນ (SRBM) ຫຼາຍລູກໄດ້ຍິງຈາກເຂດ Sariwon, ແຂວງ Hwangbuk ໄປທາງທະເລ ຍີ່ປຸ່ນ. ຈຸດເວລາຍິງລູກສອນໄຟນີ້ ແມ່ນກ່ອນເວລາດຳເນີນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຢູ່ລັດ New Hampshire ພຽງແຕ່ 6 ຊົ່ວໂມງເທົ່ານັ້ນ.

ເຫດຍິງລູກສອນໄຟດັ່ງກ່າວ ໄດ້ດຳເນີນພາຍຫຼັງ 05 ວັນ ທີ່ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີຂ້າມທະວີບ (ICBM) Hwasong – 19 ທີ່ສາມາດບຸກໂຈມຕີຮອດດິນແດນ ອາເມລິກາ ແລະ ໄດ້ຮັບຖືວ່າແມ່ນປະຕິກິລິຍາຕໍ່ການຊ້ອມຮົບປ້ອງກັນອາກາດຮ່ວມລະຫວ່າງ ສ.ເກົາຫຼີ - ອາເມລິກາ - ຍີ່ປຸ່ນ ໂດຍໄດ້ມີການນຳໃຊ້ເຮືອບິນຖີ້ມລະເບີດ B-1B ໃນວັນທີ 03 ພະຈິກ ຜ່ານມາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top