• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ປ.ເກົາຫຼີ​ຍິງ​ປືນ​ໃຫຍ່​ໂຕ້​ຕອບ​ສ.ເກົາຫຼີ

KCNA ຊີ້ແຈ້ງວ່າ ກົມໃຫຍ່ເສນາທິການ ກອງທັບປະຊາຊົນ ສປປ.ເກົາຫຼີ ໄດ້ອອກຄຳສັ່ງຍິງປືນໃຫຍ່ 10 ລູກຈາກຫຼາຍລະບົບປືນໃຫຍ່ ເພື່ອຍູ້ກຳປັ່ນຂອງ ສປປ.ເກົາຫຼີຖອຍໄປ ຢ່າງຂ້ຽວຂາດ.
  ສປປ.ເກົາຫຼີຍິງປືນໃຫຍ່ (ພາບ: TTXVN)  

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ 24 ຕຸລາ ກອງທັບປະເທດນີ້ ໄດ້ຍິງປືນໃຫຍ່ 10 ລູກຕົກສູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້ ເພື່ອແນໃສ່ໂຕ້ຕອບການຍິງປຶນກ່າວເຕືອນຂອງຝ່າຍ ສ.ເກົາຫຼີ ໂດຍມຸ່ງໄປເຖິງກຳປັ່ນລຳໜຶ່ງຂອງ ສປປ.ເກົາຫຼີ ເຊິ່ງໄປຜ່ານເຂດຊາຍແດນທາງທະເລ ລະຫວ່າງສອງພາກເກົາຫຼີ. KCNA ຊີ້ແຈ້ງວ່າ ກົມໃຫຍ່ເສນາທິການ ກອງທັບປະຊາຊົນ ສປປ.ເກົາຫຼີ ໄດ້ອອກຄຳສັ່ງຍິງປືນໃຫຍ່ 10 ລູກຈາກຫຼາຍລະບົບປືນໃຫຍ່ ເພື່ອຍູ້ກຳປັ່ນຂອງ ສ.ເກົາຫຼີຖອຍໄປ ຢ່າງຂ້ຽວຂາດ.

ໃນຂະນະນັ້ນ, ສະພາເສນາທິການໃຫຍ່ທະຫານປະສົມ ສ.ເກົາຫຼີ (JSC) ໃຫ້ຮູ້ວ່າຂັບໄລ່ກຳປັ່ນຄ້າຂາຍຂອງ ສປປ.ເກົາຫຼີ ພາຍຫຼັງກຳປັ່ນນີ້ໄດ້ຂ້າມເສັ້ນຊາຍແດນທາງທິດເໜືອ (NLL), ເສັ້ນຊາຍແດນທາງທະເລດ ລະຫວ່າງສອງພາກຢູ່ແຫຼມເກົາຫຼີ. ໃນຕອນເຊົ້າວັນທີ 24 ຕຸລາ, ກຳປັ່ນຂອງ ສປປ.ເກົາຫຼີ ໄດ້ຂ້າມ ເສັ້ນ NLL ໃກ້ກັບເກາະ Baengnyeong ແລະ ເດີນທາງໄປທາງທິດເໜືອ ພາຍຫຼັງເວລາກອງທັບເຮືອ ສ.ເກົາຫຼີປະກາດ ແລະ ຍິງກ່າວເຕືອນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top