• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ເຂດ​ ຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງ ຊີ​ຣີພາຍ​ລັງ​ເຫດ​ແຜ່ນ​ດິນ​ໄຫວ

ນັບແຕ່ວັນທີ 9 ກຸມພາ ມາຮອດປັດຈຸບັນ, ມີລົດຂົນສົ່ງກ່ວາ 280 ຖ້ຽວ ໄດ້ເຄື່ອນຍ້າຍຜ່ານຊາຍແດນຕວັກກີ ເຂົ້າເຂດຊີຣີ ຕາເວັນຕົກສ່ຽງເໜືອຂອງຊີຣີ.
  ຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ ຊີຣີ (ພາບ: TTXVN)  

ວັນທີ 23 ກຸມພາ, ທ່ານ Muhannad Hadi ຜູ້ປະສານງານມະນຸດສະທຳ ເຂດຮັບຜິດຊອບວິກິດການຢູ່ ຊີຣີຂອງ ສປຊ ໃຫ້ຮູ້ວ່າ ສປຊ ຈະເພີ່ມທະວີການຂົນສົ່ງສິນຄ້າໜູນຊ່ວຍໄປຍັງເຂດທິດຕາເວັນຕົກສ່ຽງເໜືອຂອງ ຊີຣີ ໃນ 2 - 3 ວັນຈະມາເຖິງ ເພື່ອແນໃສ່ໜູນຊ່ວຍປະຊາຊົນນັບຫຼາຍຫຼ້ານຄົນ ທີ່ໄດ້ຮັບຜົນສະທ້ອນຈາກເຫດແຜ່ນດິນໄຫວ. ທ່ານຫວັງວ່າ ໃນອາທິດນີ້ ຈະຂົນສົ່ງໄດ້ 40 ຖ້ຽວ/ວັນ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບໄລຍະ ກ່ອນເກີດເຫດແຜ່ນດິນໄຫວ, ຍ້ອມມີແຫຼ່ງສິນຄ້າໜູນຊ່ວຍຕື່ມອີກ. ເຖິງຢ່າງໃດກໍ່ຕາມ, ທ່ານ Muhannad Hadi ຖືວ່າ ແຜນການເພີ່ມຖ້ຽວລົດ ຄືດັ່ງກ່າວ ຍັງບໍ່ພຽງພໍເທື່ອນເພື່ອສາມາດຮັບມືກັບວິກິດການມະນຸດສະທຳຢູ່ ຊີຣີ. ນັບແຕ່ວັນທີ 9 ກຸມພາ ມາຮອດປັດຈຸບັນ, ມີລົດຂົນສົ່ງກ່ວາ 280 ຖ້ຽວ ໄດ້ເຄື່ອນຍ້າຍຜ່ານຊາຍແດນຕວັກກີ ເຂົ້າເຂດຊີຣີ ຕາເວັນຕົກສ່ຽງເໜືອຂອງຊີຣີ.

 

(ແຫຼ່ງຄັດຈາກ VOV)

ເລີ່ມ​ເຄື່ອນ​ໄຫວ​ວິ​ວັດ​ການ​ນຳ​ເຝີ ຫວຽດ ແຜ່​ກະ​ຈາຍ​ຢູ່ ເອີ​ຣົບ

ເລີ່ມ​ເຄື່ອນ​ໄຫວ​ວິ​ວັດ​ການ​ນຳ​ເຝີ ຫວຽດ ແຜ່​ກະ​ຈາຍ​ຢູ່ ເອີ​ຣົບ

“ວິ​ວັດ​ການ​ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ​ ເຝີ ຫວຽດ​ ຢູ່ ເອີ​ຣົບ ປີ 2026” (Pho Cultural Roadshow Europe 2026) ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ​ມິ​ຖຸ​ນາ ຮອດ​ກາງ​ເດືອນ ກໍ​ລະ​ກົດ 2026, ໂດຍ​​ໄປ​ຜ່ານ 7 ສະ​ຖານ​ທີ່: ໂປ​ໂລຍ, ສະ​ໂລ​ວາ​ກີ, ໂອ​ຕາ​ລິດ, ຮຸງ​ກາ​ຣີ, ສ. ເຊັກ​ໂກ ແລະ ເຢຍ​ລະ​ມັນ.

Top