• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ​ເສ​ນາ​ຮັກ ແລະ ຕຳຫຼວດ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຢູ່ ຊູ​ດັງ​ໃຕ້

ທ່ານ Nicholas Haysom ທູດພິດເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຊູດັງໃຕ້ ທັງເປັນຫົວໜ້າຄະນະ UNMISS ໄດ້ຕີລາຄາສູງທີ່ສຸດການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ, ຫົວຄິດປະດິດສ້າງ, ຄວາມມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກຂອງ ບັນດາພະນັກງານ, ນັກຮົບ ຫວຽດນາມ.
  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ທ່ານ Nicholas Haysom ທູດພິດເສດຂອງທ່ານເລຂາທິການໃຫຍ່ ສປຊ(ພາບ: TTXVN)  

ວັນທີ 3 ມີນາ, ທີ່ສຳນັກງານ ສປຊ ຢູ່ນິວຢອກ ໄດ້ດຳເນີນກອງປະຊຸມຄັ້ງທຳອິດໃນປີ 2023 ຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຜູ້ຕາງໜ້າ 79 ປະເທດ ທີ່ຈັດສົ່ງນັກຮົບ ເຂົ້າຮ່ວມຄະນະປະຕິບັດການຮັກສາສັນຕິພາບຢູ່ ຊູດັງໃຕ້ (UNMISS).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ປະກອບສ່ວນໃຫ້ແກ່ຄວາມມານະພະຍາຍາມນີ້ຜ່ານການຜັນຂະຫຍາຍ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍ, ເຊື່ອມຕໍ່ກັບປະຊາຊົມປະເທດປະຈຳຖິ່ນ.

ໃນການແລກປ່ຽນກັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ທ່ານ Nicholas Haysom ທູດພິດເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຊູດັງໃຕ້ ທັງເປັນຫົວໜ້າຄະນະ UNMISS ໄດ້ຕີລາຄາສູງທີ່ສຸດການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ, ຫົວຄິດປະດິດສ້າງ, ຄວາມມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກຂອງ ບັນດາພະນັກງານ, ນັກຮົບ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມຂັ້ນ 2 ເລກ 4 ຫວຽດ​ນາມ ຮັບຫຼຽ​ນ​ກາ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ນີ້ແມ່ນການຢັ້ງຢືນ ແລະ ຕີລາຄາສູງຂອງ ສປຊ ຕໍ່ບັນດາຜົນງານ ແລະ ການປະກອບສ່ວນໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງ ໂຮງໝໍກາງສະໜາມ ຫວຽດນາມ.

Top