• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ ອາ​ຫານ​ການ​ກິນ ຫວຽດ​ນາມ ໃຫ້​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​​ແຫ່ງ​ຊາດ

ຕອນບ່າຍວນັທີ 17 ມິຖຸນາ, ສະມາຄົມວັດທະນະທຳ, ອາຫານການກິນ ຫວຽດນາມ (VCCA) ໄດ້ປະກາດ ແຜນຮ່າງ “ສ້າງ ແລະ ພັດທະນາວັດທະນະທຳ ອາຫານການກິນ ຫວຽດນາມ ໃຫ້ເປັນເຄື່ອງໝາຍການຄ້າແຫ່ງຊາດ, ໄລຍະ 2022 – 2024” ຢູ່ນະຄອນ ໂຮ່ຈີມິນ.

ຕອນບ່າຍວນັທີ 17 ມິຖຸນາ, ສະມາຄົມວັດທະນະທຳ, ອາຫານການກິນ ຫວຽດນາມ (VCCA) ໄດ້ປະກາດ ແຜນຮ່າງ “ສ້າງ ແລະ ພັດທະນາວັດທະນະທຳ ອາຫານການກິນ ຫວຽດນາມ ໃຫ້ເປັນເຄື່ອງໝາຍການຄ້າແຫ່ງຊາດ, ໄລຍະ 2022 – 2024” ຢູ່ນະຄອນ ໂຮ່ຈີມິນ.

    

ບັນດານັກຄົ້ນຄວ້າຊອກຮູ້ກ່ຽວກັບອາຫານການກິນຂອງແຕ່ລະເຂດ, ພາກ (ພາບ: TTXVN)

ແຜນຮ່າງ ຈະຜູກຮັດເຄື່ອງໝາຍການຄ້າແຫ່ງຊາດກ່ຽວກັບວັດທະນະທຳອາຫານການກິນ ກັບເຄື່ອງໝາຍການຄ້າກ່ຽວກັບສະຖານທີ່ທ່ອງທ່ຽວ, ປະກອບສ່ວນພັດທະນາເສດຖະກິດທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວສາກົນ ກໍຄືນັກລົງທຶນຕ່າງປະເທດເຂົ້າມາ ຫວຽດນາມ. ແຜນຮ່າງໄດ້ຊຸກຍູ້ການເກັບກຳຂໍ້ມູນທາງດ້ານວັດທະນະທຳ, ເຊີດຊູການອະນຸລັກວັດທະນະທຳອາຫານການກິນ ຫວຽດນາມ ແລະ ພັດທະນາໃຫ້ກາຍເປັນເຄື່ອງໝາຍການຄ້າແຫ່ງຊາດ. ຈາກພື້ນຖານຂໍ້ມູນທີ່ເກັບກຳ, ຄົ້ນຄວ້າຂອງແຜນຮ່າງ, ສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ ຈະຄັດຈ້ອນເອົາຊຸດອາຫານການກິນມີຄວາມສາມາດກາຍເປັນຮູບແບບ “ເລີ່ມທຸລະກິດດ້ານອາຫານການກິນ”.  ພ້ອມດຽວກັນນັ້ນ, ທາງສະມາຄົມກໍຈະໂຄສະນາ, ແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກຕາມເຂດ, ພາກຂອງ ຫວຽດນາມ ໃຫ້ປະຊາຊົນຢູ່ພາຍໃນປະເທດ ແລະ ປະຊາຄົມສາກົນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top