• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​​ແລວ​ນິ​ຕິ​ກຳ​ເພື່ອ​ພັດ​ທະ​ນາ​ລະ​ບົບ​ຂາຍ​ຍ່ອຍ​ທີ່​ທັນ​ສະ​ໄໝ​ວ່ອງ​ໄວ, ຍືນ​ຍົງ

ໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງເລິກເຊິ່ງ, ລະບົບຂາຍຍ່ອຍຂອງ ຫວຽດນາມ ພວມປະເຊີນໜ້າກັບກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ.
ເວທີປາໄສນະໂຍບາຍ ແລະ ກົດໝາຍພັດທະນາ ການຄ້າພາຍໃນປະເທດ ປີ 2024 (ພາບ: TTXVN)

ນີ້ແມ່ນຂໍ້ມູນເປັນໜ້າສົນໃຈຢູ່ເວທີປາໄສນະໂຍບາຍ ແລະ ກົດໝາຍພັດທະນາ ການຄ້າພາຍໃນປະເທດ ປີ 2024 ດ້ວຍຫົວຂໍ້ “ພັດທະນາລະບົບຂາຍຍ່ອຍທີ່ທັນສະໄໝວ່ອງໄວ, ຍືນຍົງ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າຈັດຂຶ້ນໃນວັນທີ 4 ທັນວາ, ຢູ່ຮ່າໂນ້ຍ. ບັນດາຄຳເຫັນຢູ່ເວທີປາໄສໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການບູລະນະ ແລະ ສ້າງກອບນິຕິກຳທີ່ມີຄວາມສະດວກໃຫ້ແກ່ບັນດາວິສາຫະກິດຂາຍຍ່ອຍພັດທະນາ, ພ້ອມທັງສົ່ງເສີມການລົງທຶນເຂົ້າບັນດາຮູບແບບຂາຍຍ່ອຍທີ່ທັນສະໄໝຄືການຄ້າເອເລັກໂຕນິກ, ລະບົບສະໜອງອັດສະລິຍະ ແລະ ການໝູນໃຊ້ເຕັກໂນໂລຢີໃນການເຄື່ອນໄຫວຂາຍຍ່ອຍ. ທ່ານ ປອ. ຫວ້ໍຈິແທັງ, ຫົວໜ້າສະຖາບັນຄົ້ນຄ້ວາເຄື່ອງໝາຍການຄ້າ ແລະ ການແກ້ງແຍ້ງໃຫ້ຮູ້ວ່າ:

ລະບົບຂາຍຍ່ອຍມີຄວາມແກ້ງແຍ້ງ ແຕ່ກໍ່ມີຄວາມຂະຫຍັນຂັນເຄື່ອນ. ຕາມວັນເວລາ, ຄ່າໃຊ້ຈ່າຍຫັນປ່ຽນແມ່ນເລື່ອງທີ່ພວກເຮົາຕ້ອງຄິດໄລ່. ພິເສດແມ່ນເຮັດແນວໃດຈະສ້າງຄວາມແກ້ງແຍ້ງ ແລະ ຫຼຸດຜ່ອນຜົນກະທົບຢ່າງຫຍໍ້ທໍ້ຂອງວິວັດການຫັນປ່ຽນໄດ້ ເຮັດແນວໃດໃຫ້ພັດທະນາທັນກັບການຫັນປ່ຽນແຕ່ກໍ່ຍັງຮັກສາມູນເຊື້ອ. ວິວັດການຫັນປ່ຽນຈະຕ້ອງການຫຼາຍນະໂຍບາຍ ກ່ຽວກັບການບຳລຸງສ້າງ, ແກ້ໄຂຂໍ້ຂັດແຍ້ງ. ຂ້າພະເຈົ້າຄິດວ່າບົດບາດຂອງລັດໃນການຫັນປ່ຽນນີ້ແມ່ນສຳຄັນທີ່ສຸດ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top