• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ປະ​ຕູ​ຖານ​ຂ​ໍ້​ມູນ​ແຜນ​ທີ່​ຕົ້ນ​ໄມ້ ຫວຽດ​ນາມ ເພື່ອ​ຄຸ້ມ​ຄອງ, ​ບົວ​ລະ​ບັດ​ຕົ້ນ​ໄມ້​ຂຽວ

ປະຕູຖານຂໍ້ມູນຕົ້ນໄມ້ຫວຽດນາມ ລວມມີບັນດາຂໍ້ມູນ ກ່ຽວກັບ ຊະນິດຕົ້ນໄມ້, ສະຖານທີ່, ວິວັດການປູກ, ລັກສະນະພິເສດຂອງການເຕີບໃຫຍ່ພັດທະນາ, ວິທີການເບິ່ງແຍງດູແລ, ຄຸ້ມຄອງຢ່າງລະອຽດ ໃນເງື່ອນໄຂສະພາບການຂອງແຕ່ລະທ້ອງຖິ່ນ.
ທ່ານ ເວຶອງດິ່ງເຫ້ວ ເລຂາອົງຄະນະພັກນະຄອນຮ່າໂນ້ຍ ແລະ ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ (ພາບ: baochinhphu.vn)

ສູນສື່ສານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ) ໃຫ້ຮູ້ວ່າ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຜັນຂະຫຍາຍການສ້າງປະຕູຖານຂໍ້ມູນແຜນທີ່ຕົ້ນໄມ້ ຫວຽດນາມ (Treemap.vn) ຜ່ານໂປແກຼມເຕັກໂນໂລຢີ 4.0 ໃນ ສະມາດໂຟນ.

        ປະຕູຖານຂໍ້ມູນຕົ້ນໄມ້ຫວຽດນາມ ລວມມີບັນດາຂໍ້ມູນ ກ່ຽວກັບ ຊະນິດຕົ້ນໄມ້, ສະຖານທີ່, ວິວັດການປູກ, ລັກສະນະພິເສດຂອງການເຕີບໃຫຍ່ພັດທະນາ, ວິທີການເບິ່ງແຍງດູແລ, ຄຸ້ມຄອງຢ່າງລະອຽດ ໃນເງື່ອນໄຂສະພາບການຂອງແຕ່ລະທ້ອງຖິ່ນ. ໂປແກຼມດັ່ງກ່າວ ກໍ່ຊ່ວຍໃຫ້ອົງການຄຸ້ມຄອງແຫ່ງລັດ ຕີລາຄາໄດ້ສະພາບການຈັດແຈກຕົ້ນໄມ້ຂຽວ, ກຳນົດໄດ້ບັນດາເຂດ, ສະຖານທີ່ປູກຕົ້ນໄມ້ຢ່າງລະອຽດ…

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top