• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ໃໝ່, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ຄົງ

ໃນວາລະໄຂກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເມື່ອຕອນເຊົ້າວັນທີ 26 ມັງກອນ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12. ບົດລາຍງານໄດ້ຍົກອອກບັນດາໝາກຜົນແຫ່ງການພັດທະນາຂອງປະເທດຊາດໃນຊຸມປີທີ່ຜ່ານມາ, ຍົກການກຳນົດທິດໜ້າທີ່ພັດທະນາປະເທດຊາດໃນໄລຍະທີ່ຈະມາເຖິງ.
ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີບົດລາຍງານ

ບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສະເໜີ ໄດ້ເຕື້ອງເຖິງ 3 ບັນຫາໃຫ່ຍ: ກ່ຽວກັບວິວັດການກະກຽມບັນດາເອກະສານ; ການສະຫລຸບອາຍຸການຂອງກອງປະຊຸມໃຫ່ຍ ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ແລະ ຫວນຄືນ 35 ປີແຫ່ງການປ່ຽນແປງໃໝ່; ກ່ຽວກັບທິດທາງໜ້າທີ່ໃນອາຍຸການຄັ້ງທີ 13 ແລະ ຊຸມປີຕໍ່ໄປ.

ເອກະສານແມ່ນການເຕົ້າໂຮມສິ່ງຍອດຍິ່ງທາງພູມປັນຍາຂອງທົ່ວພັກ, ທົ່ວປວງຊົນ

  ກ່ຽວກັບວິວັດການກະກຽມບັນດາເອກະສານ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ໃນ 2 ປີຜ່ານມາ, ບັນດາອະນຸກຳມະການໄດ້ສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງບັນດາອົງການຄົ້ນຄ້ວາຈາກຂັ້ນສູນກາງລົງຮອດທ້ອງຖິ່ນ. ບັນດາບົດລາຍງານໄດ້ຄົ້ນຄ້ວາ, ຄັດເລືອກ, ຮັບເອົາຄຳເຫັນທີ່ຊັດເຈນເພື່ອນຳເຂົ້າເອກະສານ.

   ອາດຢືນຢັນໄດ້ວ່າການກະກຽມເອກະສານແມ່ນລະອຽດລະອໍ, ລອບຄອບຖີ່ຖ້ວນ, ມີແບບແຜນຜ່ານຫຼາຍຮອບ, ຫຼາຍເທື່ອ, ມີການປ່ຽນໃໝ່ດ້ານຈິນຕະນາການ, ວິທີການ, ນຳໃຊ້ທັງທິດສະດີ ແລະ ພຶດຕິກຳຕົວຈິງ, ລະຫວ່າງການສືບທອດ ແລະ ການພັດທະນາບົນພື້ນຖານການເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງ. ຮ່າງເອກະສານສະບັບຕ່າງໆ ແມ່ນຜະລິດຕະພັນຂອງສິ່ງຍອດຍິ່ງທາງພູມປັນຍາຂອງທົ່ວພັກ, ທົ່ວປວງຊົນຢ່າງແທ້ຈິງ, ສະແດງໃຫ້ເຫັນຄວາມເປັນເອກະພາບລະຫວ່າງແນວຄິດຂອງພັກ, ນ້ຳໃຈຂອງປະຊາຊົນ.

ຍຶດໝັ້ນຄວາມມານະພະຍາຍາມຜ່ານຫຼາຍອາຍຸການ

   ສະຫລຸບອາຍຸການກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ແລະ 35 ປີແຫ່ງການປ່ຽນແປງໃໝ່, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາວ່າ: ໃນ 5 ປີຜ່ານມາ, ປະເທດຊາດບັນລຸໄດ້ຫຼາຍຜົນງານທີ່ສຳຄັນທີ່ສຸດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ. ຜ່ານ35 ປີແຫ່ງການດຳເນີນການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ໃຫ່ຍຫຼວງ, ມີຄວາມໝາຍດ້ານປະຫວັດສາດ, ພັດທະນາຢ່າງແຮງ, ຮອບດ້ານກ່ວາເມື່ອທຽບກັບຊຸມປີກ່ອນການປ່ຽນແປງໃໝ່.

   ດ້ວຍທຸກຄວາມຈົ່ງຈຽມ, ພວກເຮົາຍັງສາມາດເວົ້າໄດ້ວ່າ: ປະເທດຊາດຫວຽດນາມ ຍັງບໍ່ທັນມີຍາມໃດທີ່ມີພາລະກິດທີ່ໃຫ່ຍຫຼວງ, ມີຄວາມສາມາດບົ່ມຊ້ອນ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງໃນສາກົນຄືທຸກວັນນີ້. ບັນດາຜົນງານນັ້ນແມ່ນຜະລິດຕະພັນຈາກຫົວຄິດປະດິດສ້າງ, ແມ່ນໝາກຜົນຂອງທັງວິວັດທະນະການຍຶດໝັ້ນ ມານະພະຍາຍາມສູ້ຊົນຢ່າງຕໍ່ເນື່ອງຜ່ານຫຼາຍອາຍຸການຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ; ສືບຕໍ່ຢັ້ງຢືນເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ ແມ່ນຖືກຕ້ອງ, ສອດຄ່ອງກັບກົດເກນພາວະວິໃສ, ກັບພຶດຕິກຳຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ. ແນວທາງປ່ຽນແປງໃໝ່ຂອງພັກແມ່ນຖືກຕ້ອງ, ມີຫົວຄິດປະດິດສ້າງ; ການນຳພາຂອງພັກແມ່ນປັດໄຈຕັດສິນຊິຂາດທຸກໄຊຊະນະຂອງການປະຕິວັດຫວຽດນາມ. ໂຄງການການເມືອງຂອງພັກ ສືບຕໍ່ແມ່ນຄັນທຸງແນວຄິດ, ທິດສະດີນຳພາຊາດ ສືບຕໍ່ຍູ້ແຮງວິວັດການປ່ຽນແປງໃໝ່ຢ່າງຮອດບດ້ານ, ຄົບຊຸດ; ແມ່ນພື້ນຖານເພື່ອໃຫ້ ພັກກອມມູນິດຫວຽດນາມ ສ້າງແນວທາງການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມໃນໄລຍະໃໝ່ຢ່າງສຳເລັດຜົນ.

 

(ວາລະໄຂກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມ ຄັງທີ 13)

ຈາກພຶດຕິກຳຕົວຈິງແຫ່ງການພັດທະນາ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖືວ່າ: ມີ 5 ບົດຮຽນ, ໃນນັ້ນຕ້ອງເຊື່ອມຊຶມທັດສະນະເອົາປະຊາຊົນເປັນກົກເຄົ້າ.

“ຖືປະຊາຊົນເປັນໃຈກາງ, ແມ່ນເຈົ້າຂອງຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ພັດທະນາປະເທດຊາດ; ທຸກແຜນນະໂຍບາຍ, ນະໂຍບາຍຕ້ອງເລີ່ມມາຈາກຊີວິດ, ຄວາມມຸ່ງມາດປາດຖະໜາ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ, ຖືຄວາມຜາສຸກ, ອິ່ມໜຳສຳລານຂອງປະຊາຊົນແມ່ນເປົ້າໝາຍສູ້ຊົນ”

ທັດສະນະກຳນົດທິດພັດທະນາໃນໄລຍະຈະມາເຖິງ

        ເມື່ອເຕື້ອງເຖິງທິດທາງໃນອາຍຸການຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ຊຸມປີຕໍ່ໄປ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນຈະສືບຕໍ່ປະຕິບັດແນວທາງການປ່ຽນແປງໃໝ່ໃນໄລຍະຈະມາເຖິງ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ເຊື່ອມຊຶມທັດສະນະຊີ້ນຳພື້ນຖານ 5 ຈຸດ, ໃນນັ້ນທັດສະນະທຳອິດແມ່ນ:

        “ແນວຄິດຊີ້ນຳແມ່ນຢຶດໝັ້ນ ແລະ ນຳໃຊ້, ພັດທະນາລັດທິມາກ-ເລນິນ, ແນວຄິດປະທານໂຮ່ຈີມີນ ຢ່າງມີຫົວຄິດປະດິດສ້າງ; ຢືດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ; ຢຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ; ຢຶດໝັ້ນບັນດາຫຼັກການກໍ່ສ້າງພັກ; ຮັບປະກັນຜົນປະໂຫຍດຂອງຊາດ-ຂອງຊົນເຜົ່າສູງທີ່ສຸດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ສະເໝີພາບ, ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມຢ່າງໝັ້ນຄົງ”.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ບັນດາຂີດໝາຍພັດທະນາສຳຄັນຂອງຫວຽດນາມ ໃນທົດສະວັດຈະມາເຖິງແມ່ນ: ຮອດປີ 2025 - ກາຍເປັນປະເທດພວມພັດທະນາທີ່ມີພື້ນຖານອຸດສາຫະກຳຕາມທິດທັນສະໄໝ, ລື່ນກາຍລາຍຮັບສະເລ່ຍຕ່່ຳ; ຮອດປີ 2030 - ກາຍເປັນປະເທດພວມພັດທະນາ ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບສະເລ່ຍສູງ; ຮອດປີ 2045 - ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າວ່າ, ຫວຽດນາມ ຕັດສິນໃຈປະຕິບັດລະບົບບັນດາໜ້າທີ່, ມາດຕະການແກ້ໄຂ, ໃນນັ້ນສືບຕໍ່ປັບປຸງພັກ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ລະບົບການເມືອງປອດໃສ, ເຂັ້ມແຂງ; ຍົກສູງຈິດໃຈ ແລະ ເຈດຈຳນົງ, ຄວາມຕັດສິນໃຈພັດທະນາປະເທດໃຫ້ວັດທະນາຖາວອນ, ມີຄວາມຜາສຸກ; ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວພົວພັນກັບຕ່າງປະເທດ, ເຊື່ອມໂຍງເຂົ້າກັບສາກົນ…

        “ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ຍົກສູງກຳລັງຄວາມສາມາດໃນການເຊື່ອມໂຍງ; ນຳໃຊ້ບັນດາກາລະໂອກາດຈາກວິວັດການເຊື່ອມໂຍງນຳມາໃຫ້ຫຼຼາຍທີ່ສຸດ, ໂດຍສະເພາະແມ່ນບັນດາສັນຍາການຄ້າເສລີທີ່ໄດ້ຮັບການລົງນາມແລ້ວ. ສ້າງພື້ນຖານການທູດທັນສະໄໝ, ເພີ່ມທະວີການທູດເສດຖະກິດຮັບໃຊ້ການພັດທະນາ…”

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ດ້ວຍທິດທາງທີ່ຖືກຕ້ອງ, ເໝາະສົມກັບກົດເກນ; ແນວຄິດຂອງພັກແມ່ນສົມກັບແນວຄິດຂອງປະຊາຊົນ; ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມຄາດຫວັງບືນຕົວຂຶ້ນຢ່າງແຮງ ແລະ ເຈດຈຳນົງ, ຄວາມຕັດສິນໃຈດ້ານການເມືອງສູງ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຈະສ້າງຜົນງານມະຫັດສະຈັນໃນການພັດທະນາໃໝ່ຢ່າງແທ້ຈິງ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ, ປະຕິບັດຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນ ຜູ້ນຳທີ່ຍິ່ງໃຫຍ່ ແລະ ຄວາມຄາດຫວັງຂອງທົ່ວປວງຊົນ ໃຫ້ສຳເລັດຜົນ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top