• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ຢ່າງ​ຄົບ​ຊຸດ, ສ້າງ​ກຳ​ລັງ​ໜູນ​ພັດ​ທະ​ນາ​ຢູ່​ຕາມ​ເຂດ, ພາກ

ບັນດາເນື້ອໃນທີ່ທ່ານລັດຖະມົນຕີ ຫງວຽນວັນເຖ ຖືກຊັກຖາມ ແມ່ນກ່ຽວຂ້ອງເຖິງຄວາມຄືບໜ້າ, ຄຸນນະພາບຂອງການຜັນຂະຫຍາຍບັນດາໂຄງການ, ກິດຈະກຳກໍ່ສ້າງທາງຄົມມະນາຄົມຈຸດສຸມຂອງຊາດ, ລະບົບເສັ້ນທາງຄວາມໄວສູງ; ຂັ້ນຕອນການຜັນຂະຫຍາຍຈຸດເກັບເງິນຄ່າທາງແບບອັດຕະໂນມັດ; ວຽກງານກວດກາ, ຕິດຕາມກວດກາ, ຮັບປະກັນຄຸນນະພາບກິດຈະກຳກໍ່ສ້າງທາງຄົມມະນາຄົມໄດ້ລົງທຶນຈາກງົບປະມານແຫ່ງລັດ…
   ທ່ານ ຫງວຽນວັນເຖ ລັດຖະມົນຕີກະຊວງຄົມມະນາຄົມ - ຂົນສົ່ງ ຫວຽດນາມ (ພາບ: baochinhphu.vn)   

 ຕອນເຊົ້າວັນທີ 9 ມິຖຸນາ, ທ່ານ ຫງວຽນວັນເຖ ລັດຖະມົນຕີກະຊວງຄົມມະນາຄົມ - ຂົນສົ່ງ ຫວຽດນາມ ໄດ້ຕອບຄຳຊັກຖາມສະມາຊິກສະພາແຫ່ງຊາດ. ບັນດາເນື້ອໃນທີ່ທ່ານລັດຖະມົນຕີ ຫງວຽນວັນເຖ ຖືກຊັກຖາມ ແມ່ນກ່ຽວຂ້ອງເຖິງຄວາມຄືບໜ້າ, ຄຸນນະພາບຂອງການຜັນຂະຫຍາຍບັນດາໂຄງການ, ກິດຈະກຳກໍ່ສ້າງທາງຄົມມະນາຄົມຈຸດສຸມຂອງຊາດ, ລະບົບເສັ້ນທາງຄວາມໄວສູງ; ຂັ້ນຕອນການຜັນຂະຫຍາຍຈຸດເກັບເງິນຄ່າທາງແບບອັດຕະໂນມັດ; ວຽກງານກວດກາ, ຕິດຕາມກວດກາ, ຮັບປະກັນຄຸນນະພາບກິດຈະກຳກໍ່ສ້າງທາງຄົມມະນາຄົມໄດ້ລົງທຶນຈາກງົບປະມານແຫ່ງລັດ…

ຕາມທ່ານລັດຖະມົນຕີແລ້ວ, ມາຮອດປັດຈຸບັນ, ໂຄງການກໍ່ສ້າງທາງຄົມມະນາຄົມຈຸດສຸມຈຳນວນໜຶ່ງໄດ້ນໍາເຂົ້າໃຊ້ງານແລ້ວ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ. ໃນກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ລັດຖະບານໄດ້ ຍື່ນສະເໜີ 5 ໂຄງການກໍ່ສ້າງທາງຄົມມະນາຄົມຈຸດສຸມ ເພື່ອແນໃສ່ເປີດກວ້າງເນື້ອທີ່ຂອງຕົວເມືອງ, ສ້າງແລວຮ່ວມສຳພັນລະຫວ່າງເຂດ. ທ່ານລັດຖະມົນຕີ ຫງວຽນວັນເຖ ໃຫ້ຮູ້ວ່າ, ລັດຖະບານ ຫວຽດນາມ ພວມມຸ່ງໄປເຖິງການຜັນຂະຫຍາຍລະບົບເສັ້ນທາງຄວາມໄວສູງຄົບຊຸດໃນປະເທດ, ສ້າງປະຖົມປັດໄຈເພື່ອບຸກທະລຸ, ພັດທະນາເສດຖະກິດ.

“ລັດຖະບານ ໄດ້ຊີ້ນຳໃຫ້ສ້າງແຜນຮ່າງປະຕິບັດ 5.000 ກິໂລແມັດ ດ້ວຍ 1 ໃນບັນດາຄາດໝາຍ ແມ່ນເຮັດແນວໃດໃຫ້ຮັບປະກັນຄວາມດຸ່ນດ່ຽງເສັ້ນທາງຄວາມໄວສູງລະຫວ່າງເຂດ, ພາກ, ພິເສດແມ່ນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາເຂດພາກທີ່ພວມມີຢູ່”.

(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top