• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງແຜນຮ່າງສ້າງຕັ້ງສະຖາບັນວັກຊິນແຫ່ງຊາດ

      ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ໄດ້ເປັນເອກະພາບແຜນນະໂຍບາຍເພີ່ມທະວີ, ຊຸກຍູ້ການຮ່ວມທຸລະກິດໃນການລົງທຶນກໍ່ສ້າງ, ພັດທະນາບັນດາສູນຄົ້ນຄວ້າ, ສູນທົດລອງກວດເບື້ອງຕົ້ນຕາມມາດຕະຖານສາກົນ.
(ພາບປະກອບ: TTXVN)
      ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ກະຊວງສາທາລະນະສຸກຫວຽດນາມ ສ້າງແຜນຮ່າງສ້າງຕັ້ງສະຖາບັນວັກຊິນແຫ່ງຊາດ ຕິດພັນກັບສູນຄົ້ນຄວ້າຖ່າຍທອດເຕັກໂນໂລຊີວັກຊິນ. ຕາມແຈ້ງການສະຫຼຸບທີ່ການເຮັດວຽກກັບກະຊວງສາທາລະນະສຸກຫວ່າງມໍ່ໆມານີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ໄດ້ເປັນເອກະພາບແຜນນະໂຍບາຍເພີ່ມທະວີ, ຊຸກຍູ້ການຮ່ວມທຸລະກິດໃນການລົງທຶນກໍ່ສ້າງ, ພັດທະນາບັນດາສູນຄົ້ນຄວ້າ, ສູນທົດລອງກວດເບື້ອງຕົ້ນຕາມມາດຕະຖານສາກົນ. ມອບໃຫ້ກະຊວງສາທາລະນະສຸກຊີ້ນຳໃຫ້ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ, ໂຮງໝໍສ້າງແຜນຮ່າງທົດລອງການສ້າງຕັ້ງ,  ບູລະນະບັນດາຫົວໜ່ວຍໃຫ້ສົມບູນແບບເໝາະສົມກັບພາລະໜ້າທີ່, ກຳນົດທິດການພັດທະນາ, ຮັບປະກັນການເຄື່ອນໄຫວຢ່າງມີປະສິດທິຜົນ.
ທ່ານຮອງນາຍົກລັດຖະມົນຕີຊີ້ນຳການຊຸກຍູ້ການຜັນຂະຫຍາຍ, ເພີ່ມທະວີການນຳໃຊ້ວິທະຍາສາດທີ່ກ້າວໜ້າຄືປັນຍາປະດິດ (AI), ບັນດານັກຊ່ຽວຊານໃນວຽກງານຄາດຄະເນ, ບົ່ງມະຕິ, ປິ່ນປົ່ວ ແລະ ການແພດຊຸມຊົນ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top