• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ

      ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານດ້ານເສດຖະກິດຖືວ່າ: ເພື່ອເຕີບໂຕໄວ ແລະ ຍືນຍົງ ໃນສະພາບການໃໝ່...

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ
      ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “ປັບປຸງ ແລະ ສ້າງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ ໃນສະພາບການໃໝ່ຢູ່ ຫວຽດນາມ”.
        ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານດ້ານເສດຖະກິດຖືວ່າ: ເພື່ອເຕີບໂຕໄວ ແລະ ຍືນຍົງ ໃນສະພາບການໃໝ່, ຄວນສ້າງໂຄງປະກອບຄືນໃໝ່ ແລະ ປ່ຽນໃໝ່ຮູບແບບການເຕີບໂຕ. ລັດຖະບານຄວນສືບຕໍ່ມີການປະຕິຮູບຢ່າງແຮງກ່ວາ, ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່; ຍົກເລີກບັນດານະໂຍບາຍ, ກົນໄກຈຳແນກການປະພຶດ…
        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ:
        ປະຈຸບັນນີ້, ໃນເງື່ອນໄຂທີ່ປະເທດພວກເຮົາມີນັ້ນ, ຄວນສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງກຳລັງແກ່ງແຍ້ງ, ສະມັດຕະພາບການອອກແຮງງານ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ດັ່ງນັ້ນ, ພວກເຮົາ ຕ້ອງສ້າງກຳລັງຜະລິດໃໝ່. ຄວນຈາກນະໂຍບາຍຖືຄວາມຕ້ອງການເປັນສຳຄັນໄປສູ່ການຖືການສະໜອງເປັນສຳຄັນ, ສຸມໃສ່ພັດທະນາການຜະລິດດຳເນີນທຸລະກິດ ເຊິ່ງເປັນປັດໄຈສ້າງກຳລັງຊີວິດຂອງພື້ນຖານເສດຖະກິດ, ເພີ່ມສະມັດຕະພາບການອອກແຮງງານ.
 (ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top