• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຕັ້ງຄະນະຈັດຕັ້ງກອງປະຊຸມ WEF ASEAN 2018

      ຄະນະຈັດຕັ້ງມີພາລະໜ້າທີ່ເປັນເສນາທິການ ແລະ ຊ່ວຍວຽກໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຊີ້ນຳໄລຍະການກະກຽມ ແລະ ຈັດຕັ້ງກອງປະຊຸມ WEF ASEAN 2018

ຮອງລັດຖະມົນຕີກະຊວງການຕ່າງປະເທດເປັນທ່ານບຸຍແທງເຊີນຫົວໜ້າຄະນະຈັດຕັ້ງກອງປະຊຸມ WEF ASEAN 2018
(ພາບ: Tuyet Ha/TTXVN)
      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍລົງນາມໃນຂໍ້ຕົກລົງສ້າງຕັ້ງຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ປີ 2018 (ກອງປະຊຸມ WEF ASEAN 2018 ). ໃນນັ້ນແຕ່ງຕັ້ງທ່ານ ບຸຍແທງເຊີນ ຮອງລັດຖະມົນຕີປະຈຳກະຊວງການຕ່າງປະເທດ ເປັນຫົວໜ້າຄະນະຈັດຕັ້ງ. ຄະນະຈັດຕັ້ງມີພາລະໜ້າທີ່ເປັນເສນາທິການ ແລະ ຊ່ວຍວຽກໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຊີ້ນຳໄລຍະການກະກຽມ ແລະ ຈັດຕັ້ງກອງປະຊຸມ WEF ASEAN 2018; ແບ່ງວຽກ, ເລັ່ງລັດແລະ ສົມທົບກັບການເຄື່ອນໄຫວຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ  ແລະ ວິສາຫະກິດທີ່ກ່ຽວຂ້ອງໃນວິວັດການກະກຽມຕະຫຼອດຮອດການຈັດຕັ້ງກອງປະຊຸມ. ຄະນະຈັດຕັ້ງລວມມີ 5 ອະນຸກຳມະບານ ຄື: ອະນຸກຳມະການຮັບຜິດຊອບດ້ານເນື້ອໃນ, ອະນຸກຳມະການພິທີການ, ອະນຸກຳມະການວັດຖຸ ແລະພະລາທິການ; ອະນຸກຳມະການໂຄສະນາເຜີຍແຜ່ - ວັດທະນະທຳ, ອະນຸກຳມະການປ້ອງກັນຄວາມສະຫງົບປອດໄພ - ສາທາລະນະສຸກ ແລະ ຄະນະເລຂານຸການ.
 (ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top