• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງກົນໄກພິເສດສະເພາະ ເພື່ອໃຫ້ນະຄອນ ໂຮ່ຈີມິນ ພັດທະນາ

      ຕອນເຊົ້າວັນທີ 06 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເລຂາຄະນະພັກລັດຖະບານ ເປັນປະທານການເຮັດວຽກກັບຄະນະພັກນະຄອນ ໂຮ່ຈີມິນ ກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິຂອງກົມການເມືອງສູນກາງພັກກ່ຽວກັບທິດທາງ, ໜ້າທີ່ພັດທະນານະຄອນ ໂຮ່ຈີມິນ ຈົນຮອດປີ 2020. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບຄະນະພັກນະຄອນ ໂຮ່ຈີມິນ
      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພັກ, ລັດ ຕີລາຄາສູງບັນດາຜົນງານເສດຖະກິດສັງຄົມຂອງນະຄອນ ໂຮ່ຈີມິນ ດ້ວຍການສູ້ຊົນຢ່າງລຽນຕິດ ແລະ ບັນລຸໄດ້ໝາກຜົນຮອບດ້ານພໍສົມຄວນ, ເປັນຕົ້ນແມ່ນນັບແຕ່ເມື່ອປະຕິບັດມະຕິ. ທ່ານນາຍົກລັດຖະມົນຕີຖືວ່າ: ນະຄອນ ໂຮ່ຈີມິນ ຄວນສືບຕໍ່ຄົ້ນຄວ້າ, ປ່ຽນແປງໃໝ່ບັນດາກົນໄກນະໂຍບາຍພິເສດສະເພາະໃຫ້ນະຄອນ, ໂດຍສະເພາະແມ່ນນະຄອນ ໂຮ່ຈີມິນ ກັບທົ່ວປະເທດ ແລະ ເຂດເສດຖະກິດຈຸດສຸມທາງພາກໃຕ້ມີການພົວພັນຢ່າງແໜ້ນແຟ້ນ, ສ້າງພື້ນຖານໃຫ້ ນະຄອນ ໂຮ່ຈີມິນ ພັດທະນາຢ່າງໝັ້ນຄົງເຂັ້ມແຂງ.
 (ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top