• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ມອບຫ້ອງຄອມພິວເຕີໃຫ້ແກ່ນັກຮຽນ ຮ່າໂນ້ຍ

      ນີ້ແມ່ນໂຄງການຊ່ວຍເຫຼືອຂອງບໍລິສັດປະກັນໄພ ເຊີອຸນ ສ.ເກົາຫຼີ ຜ່ານອົງການ GCS ສ.ເກົາຫຼີ ປະຈຳ ຫວຽດນາມ ມອບໃຫ້ ດ້ວຍຄວາມປາດຖະໜາປັບປຸງເງື່ອນໄຂການຮ່ຳຮຽນໃຫ້ແກ່ນັກຮຽນ ຫວຽດນາມ.
ທີ່ພິທີມອບໂຮງຮຽນມັດທະຍົມຕອນຕົ້ນ ລຽນເຈົາ
(ພາບ: TTXVN)
      ເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ວັນທີ 20 ມັງກອນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ໄດ້ສົມທົບກັບອົງການ Global Civic Sharing (GCS) ສ.ເກົາຫຼີ ປະຈຳ ຫວຽດນາມ ໄດ້ຈັດພິທີມອບຫ້ອງຄອມພິວເຕີທັນສະໄໝ, ຄົບຊຸດທີ່ມີມູນຄ່າ 550 ລ້ານດົ່ງ ໃຫ້ໂຮງຮຽນມັດທະຍົມຕອນຕົ້ນ ລຽນເຈົາ (ເມືອງ ແທັງອວາຍ). ນີ້ແມ່ນໂຄງການຊ່ວຍເຫຼືອຂອງບໍລິສັດປະກັນໄພ ເຊີອຸນ ສ.ເກົາຫຼີ ຜ່ານອົງການ GCS ສ.ເກົາຫຼີ ປະຈຳ ຫວຽດນາມ ມອບໃຫ້ ດ້ວຍຄວາມປາດຖະໜາປັບປຸງເງື່ອນໄຂການຮ່ຳຮຽນໃຫ້ແກ່ນັກຮຽນ ຫວຽດນາມ.
        ທ່ານ Choi Eui Gyo, ຫົວໜ້າຜູ້ຕາງໜ້າອົງການ GCS ສ.ເກົາຫຼີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ມີວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ ສ.ເກົາຫຼີ ຫຼາຍແຫ່ງ ມີຄວາມສົນໃຈ ແລະ ຢາກສະໜັບສະໜູນ, ຊ່ວຍເຫຼືອປະຊາຊົນ ຫວຽດນາມ. ໃນປີ 2022, ຜ່ານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ, ອົງການ GCS ສ.ເກົາຫຼີ ປະຈຳ ຫວຽດນາມ ຈະສືບຕໍ່ມອບຫ້ອງຄອມພິວເຕີ 2 ຫ້ອງ ແລະ ຫໍສະມຸດ 2 ແຫ່ງ ທີ່ມີມູນຄ່າ 1,8 ຕື້ດົ່ງໃຫ້ບາງໂຮງຮຽນຢູ່ເມືອງ ມີ້ດຶກ ແລະ ເທດສະບານ ເຊີນໄຕ ຕື່ມອີກ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top