• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົ່ງ​ເສີມ​ການ​ກະ​ຕຸ້ນ​ການ​ທ່ອງ​ທ່ຽວ ຢູ່ແຂວງ​ກ໋​ວາງ​ນິງ ແລະ ຮ່າ​ຢາງ

ໃນ “ລາຍການສົ່ງເສີມ, ກະຕຸ້ນການທ່ອງທ່ຽວແຂວງກ໋ວາງນິງປີ 2020” ຕອນບ່າຍວັນທີ 17 ກໍລະກົດ, ຢູ່ນະຄອນໂຮ່ຈີມິນ, ຂະແໜງທ່ອງທ່ຽວ ແຂວງກ໋ວາງນິງ ໄດ້ແນະນຳບັນດານະໂຍບາຍບຸລິມະສິດ ແລະ ມາດຕະການກະຕຸ້ນການທ່ອງທ່ຽວໃຫ້ ວິສາຫະກິດທ່ອງທ່ຽວ, ບໍລິສັດທ່ອງທ່ຽວ ຢູ່ເຂດພາກໃຕ້.

ທ່ານເຈີນດຶກກຸ໊ຍ, ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຢາງແນະນຳ, ໂຄສະນາບັນດາຈຸດນັດພົບຢູ່ຮ່າຢາງ ທີ່ໂຮ່ຈີມິນໃນວັນທີ 17 ກໍລະກົດ (ພາບ: TTXVN) 

ທີ່ກອງປະຊຸມ, ບັນດາພະແນກ, ຂະແໜງການທ່ອງທ່ຽວ ທີ່ມາຈາກບາງທ້ອງຖິ່ນກໍ່ໃຫ້ຮູ້ວ່າ, ການກະຕຸ້ນຊຸກຍູ້ການເຕີບໂຕແຂກທ່ອງທ່ຽວພາຍໃນປະເທດ ແມ່ນຕະຫຼາດເປົ້າໝາຍໃນໄລຍະຈະມາເຖິງ, ດັ່ງນັ້ນຕ້ອງສົ່ງເສີມປະຊາຊົນໄປຢ້ຽມຊົມທ່ອງທ່ຽວຢູ່ຫຼາຍເຂດ, ຫຼາຍພາກ, ດໃນທົ່ວປະເທດ. ພ້ອມກັນນັ້ນ, ຕາງໜ້າບາງຮາກຖານພັກເຊົາ, ຮ້ານອາຫານຢູ່ແຂວງຮ່າຢາງ ກໍ່ໄດ້ລົງນາມການຮ່ວມມືພັດທະນາການທ່ອງທ່ຽວກັບວິສາຫະກິດທ່ອງທ່ຽວ, ບໍລິສັດທ່ອງທ່ຽວຢູ່ນະຄອນໂຮ່ຈີມິນ…
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top