ຂ່າວສານ
ສົ່ງສາກສົບ ແລະ ເທົ່າກະດູກທີ່ຍັງເຫຼືອ 23 ຄົນຂອງຜູ້ປະສົບເຄາະຮ້າຍຄົນຫວຽດເສຍຊີວິດຢູ່ອັງກິດ ກັບມາຮອດປະເທດ
(ພາບ: https://thanhnien.vn/)
ເປັນອັນວ່າ, ໃນວັນທີ 27 ແລະ 30 ພະຈິກ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ແລະ ທ້ອງຖິ່ນຫວຽດນາມ ແລະ ອັງກິດ ເພື່ອສົ່ງສາກສົບ ແລະ ເທົ່າກະດູກຂອງຜູ້ປະສົບເຄາະຮ້າຍ 39 ຄົນກັບມາປະເທດສຳເລັດ ແລະ ມອບສົ່ງໃຫ້ຄອບຄົວ.
ນີ້ແມ່ນໝາກຜົນຈາກການຊີ້ນຳຢ່າງໃກ້ຊິດຂອງທ່ານນາຍົກລັດຖະມົນຕີ, ຄວາມມານະພະຍາຍາມຂອງກະຊວງການຕ່າງປະເທດຫວຽດນາມ, ສະຖານທູດຫວຽດນາມ ປະຈຳອັງກິດ ພ້ອມດ້ວຍບັນດາອົງການມີໜ້າທີ່ຮັບຜິດຊອບ ແລະ ທ້ອງຖິ່ນພາຍໃນປະເທດ ໃນການສົມທົບກັນເປັນເຈົ້າການ ແລະ ແໜ້ນແຟ້ນກັບຝ່າຍອັງກິດ, ແນະນຳລະບຽບການທີ່ຈຳເປັນຕ່າງໆໃຫ້ແກ່ບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍ, ເພື່ອນຳເອົາສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍກັບມາປະເທດຢ່າງຮີບດ່ວນ. ບໍລິສັດໃຫ່ຍການບິນຫວຽດນາມ ກໍ່ໄດ້ໜູນຊ່ວຍຢ່າງຕັ້ງໜ້າ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງ ສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍ.ວິວັດການຢັ້ງຢືນຊື່ ແລະ ນາມສະກຸນ, ປົກປ້ອງພົນລະເມືອງ ແລະ ສົ່ງ ສາກສົບ ແລະ ເທົ່າກະດູກຂອງບັນດາຜູ້ປະສົບເຄາະຮ້າຍກັບມາປະເທດນັ້ນລ້ວນແຕ່ໄດ້ດຳເນີນໄປບົນຈິດໃຈມະນຸດສະທຳ, ສອດຄ່ອງກັບກົດໝາຍສາກົນ, ການກຳນົດຂອງກົດໝາຍ ແລະ ຮີດຄອງປະເພນີຂອງຫວຽດນາມ ແລະ ອັງກິດ.
(ແຫຼ່ງຄັດຈາກ VOV)