• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ໄທ​ບັນ​ລຸ​ເປົ້າ​ໝາຍ 25 ຕື້ USD ໂດຍ​ໄວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ສະເໜີໃຫ້ສອງຝ່າຍເພີ່ມທະວີ ການຮ່ວມມືໃນບັນດາຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນກ່ວາອີກຄື: ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພະລັງງານທົດແທນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດໄທ ມາຣິດ ສະຫງຽມພົງ (ພາບ: TTXVN)
ນີ້ແມ່ນຄວາມປາດຖະໜາຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດໄທ ມາຣິດ ສະຫງຽມພົງ, ໃນຕອນບ່າຍວັນທີ 24 ກຸມພາ ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 23 – 25 ກຸມພາ 2025. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ສະເໜີໃຫ້ສອງຝ່າຍເພີ່ມທະວີ ການຮ່ວມມືໃນບັນດາຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນກ່ວາອີກຄື: ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພະລັງງານທົດແທນ, ສະເໜີລັດຖະບານໄທ ສືບຕໍ່ສ້າງຄວາມສະດວກ ໃຫ້ແກ່ປະຊາຄົມຊາວຫວຽດນາມ ທຳມາຫາກິນ, ດຳລົງຊີວິດ ແລະ ເຮັດວຽກຢູ່ ໄທ. ສ່ວນທ່ານລັດຖະມົນຕີການຕ່າງປະເທດໄທ ມາຣິດ ສະຫງຽມພົງ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງໄທ ຢູ່ພາກພື້ນ, ໄທປາດຖະໜາຢາກ ຊຸກຍູ້ບັນດາຂົງເຂດຮ່ວມມືກ່ຽວກັບເສດຖະກິດ, ການທ່ອງທ່ຽວ, ການເຊື່ອມຈອດກໍ່ຄືເປີດກວ້າງໄປຍັງບັນດາຂົງເຂດຮ່ວມມືໃໝ່ທີ່ມີຄວາມສາມາດບົ່ມຊ້ອນອື່ນໆ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top