“ພັກພຽງແຕ່ພັດທະນາຢ່າງໝັ້ນຄົງເຂັ້ມແຂງໄດ້ ເມື່ອສະມາຊິກພັກແຕ່ລະຄົນຍາມໃດກໍ່ສູ້ຊົນ, ຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່”. ນີ້ແມ່ນສານທີ່ໄດ້ຍົກອອກມາທີ່ເວທີປາໄສ “ສູ້ຊົນເຂົ້າເປັນສະມາຊກພັກກອມມູນິດ ຫວຽດນາມ”, ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ ສົມທົບກັບຄະນະຈັດຕັ້ງສູນກາງ ຈັດຂຶ້ນໃນຕອນເຊົ້າວັນທີ 16 ກຸມພາ, ຢູ່ ຮ່າໂນ້ຍ.
ຕາມທ່ານ ຫງວຽນດິງຄາງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ແລ້ວ, ເວທີປາໄສແມ່ນໂອກາດເພື່ອໃຫ້ສະມາຊິກພັກ, ກຳມະກອນພົບປະ, ແລກປ່ຽນບົດຮຽນກ່ຽວກັບວິວັດການຝຶກຝົນ, ຫຼໍ່ຫຼອມ, ສູ້ຊົນໃຫ້ກາຍເປັນສະມາຊິກພັກກຳມະກອນດີເດັ່ນ; ສົ່ງເສີມກຳມະກອນສູ້ຊົນກາຍເປັນສະມາຊິກພັກ; ຍົກສູງຄວາມຮັບຮູ້, ຄວາມເອກອ້າງທະນົງໃຈຂອງສະມາຊິກກຳມະບານ ເມື່ອເປັນກຽດໄດ້ເຂົ້າເປັນສະມາຊິກພັກ.
ຕາມສະຫະພັນໃຫ່ຍແຮງງານ ຫວຽດນາມ ແລ້ວ, ໃນອາຍຸການ 2018 – 2023, ກຳມະບານທຸກຂັ້ນໄດ້ແນະນຳສະມາຊິກກຳມະບານດີເດັ່ນກວ່າ 700.000 ຄົນໃຫ້ແກ່ພັກ ເພື່ອພິຈາລະນາ, ຫຼໍ່ຫຼອມ, ຮັບເປັນສະມາຊິກ, ເພີ່ມຂຶ້ນ 1,8 ເທົ່າເມື່ອທຽບໃສ່ອາຍຸການ 2013 – 2018.