ທີ່ພິທີ, ອົງການບໍລິຫານໄດ້ປະກາດຫ້າຜະລິດຕະພັນ, ມາດຕະການແກ້ໄຂດ້ານການເງິນທີ່ໄດ້ຜັນຂະຫຍາຍໃນເບື້ອງຕົ້ນ. ບັນດາຜະລິດຕະພັນເຫຼົ່ານີ້ສຸມໃສ່ການຊັບຊ້ອນແຫຼ່ງທຶນລົງທຶນເຂົ້າພື້ນຖານໂຄງລ່າງ, ພະລັງງານ, ນ້ຳສະອາດ ແລະ ໜູນຊ່ວຍລະບົບສະໜອງ. ສິ່ງທີ່ໜ້າສົນໃຈແມ່ນ ສັນຍາຊັບຊ້ອນທຶນທີ່ມີມູນຄ່າ 9,8 ຕື້ USD ໃຫ້ແກ່ໂຄງການທ່າອາກາດສະຍານສາກົນສາກົນ ຢາບິ່ງ ພ້ອມກັບບັນດາໂຄງການກ່ຽວຂ້ອງ.
ກ່ຽວກັບດ້ານພະລັງງານ, ບໍລິສັດ WPG IFC ຮ່ວມມືກັບບໍລິສັດພະລັງງານທົດແທນ ດ່ານັງ ລົງທຶນໂຮງງານໄຟຟ້າແສງຕາເວັນ ຮວ່າວາງ ແລະ ລະບົບຖ່ານເກັບຮັກສາໄຟຟ້າ. ກ່ຽວກັບນ້ຳສະອາດ, ບໍລິສັດ Climate Investor Vietnam - Water ໄດ້ໃຫ້ຄຳໝັ້ນສັນຍາ 1 ລ້ານ USD ເພື່ອລົງທຶນໃນໂຮງງານນ້ຳ ຟູບິ່ງ ແຂວງ ທາຍງວຽນ. Climate Fund Managers ຂອງ ໂຮນລັງ ໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ 50 ລ້ານ USD ໃຫ້ແກ່ບັນດາໂຄງການສະໜອງນ້ຳ, ບຳບັດນ້ຳເສຍ ແລະ ການປັບຕົວກັບການປ່ຽນແປງຂອງດິນຟ້າອາກາດຢູ່ນະຄອນ ດ່ານັງ.






