ຂ່າວສານ
ສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວການພົວພັນຕ່າງປະເທດດ້ານປ້ອງກັນຊາດປີ 2026 ຢ່າງມີປະສິດທິຜົນ
ຕອນເຊົ້າວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນເຈື່ອງທັ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານກອງປະຊຸມຮັບຟັງບົດລາຍງານການຜັນຂະຫຍາຍວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດ 6 ເດືອນທ້າຍປີ 2026.
ໃນ 5 ເດືອນຕົ້ນປີ 2026, ວຽກງານພົວພັນການຕ່າງປະເທດດ້ານປ້ອງກັນຊາດ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ຄົບຊຸດ, ບັນລຸໄດ້ໝາກຜົນທີ່ພົ້ນເດັ່ນຫຼາຍຢ່າງ, ປະຕິບັດສຳເລັດຫຼາຍໜ້າທີ່. ບັນດາກົນໄກຮ່ວມມືສອງຝ່າຍ, ຫຼາຍຝ່າຍໄດ້ຮັກສາຢ່າງມີປະສິດທິຜົນ, ຈັດຂຶ້ນຫຼາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະສົນທະນາ, ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ, ພ້ອມທັງຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືໃນຂອບເຂດອາຊຽນ ແລະ ສາກົນ.
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຫງວຽນເຈື່ອງທັ້ງ ຮຽກຮ້ອງບັນດາອົງການ, ກົມກອງເປັນເຈົ້າການຄົ້ນຄ້ວາ, ຄາດຄະເນສະພາບການ, ຍົກສູງຄຸນນະພາບເປັນເສນາທິການຍຸດທະສາດ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ເພື່ອນມິດທີ່ເປັນມູນເຊື້ອເຂົ້າສູ່ລວງເລິກ, ແທ້ຈິງ, ມີປະສິດທິຜົນ.







