ຂ່າວສານ
ສື່ມວນຊົນ ນິວຊີແລນລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການຫວຽດນາມ - ນິວຊີແລນຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ວັນທີ 27 ກຸມພາ, ເວັບໄຊທາງການຂອງລັດຖະບານ ນິວຊີແລນ beehive.govt.nz ພ້ອມກັບຫຼາຍເວັບໄຊຂອງປະເທດນີ້ໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເລື່ອງ ຫວຽດນາມ - ນິວຊີແລນເປັນເອກະພາບຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຕາມບົດຂຽນທີ່ໄດ້ເອົາລົງໃນເວັບໄຊ beehive.govt.nz ແລ້ວ, ການຍົກລະດັບການພົວພັນນີ້ໄດ້ປະກາດໃນການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໃນລະຫວ່າງວັນທີ 25 ກຸມພາ - 28 ກຸມພາ 2025 ເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ການນຳສອງທ່ານ ໄດ້ປຶກສາຫາລືບັນດາໂອກາດພັດທະນາ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ນິວຊີແລນ ເລິກເຊິ່ງກ່ວາອີກໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການສຶກສາ.
ນອກຈາກນັ້ນຍັງມີຫຼາຍເວັບໄຊຂອງ ນິວຊີແລນໃນນັ້ນມີ rnz.co.nz, 1news.co.nz, scoop.co.nz, ກໍ່ໄດ້ພ້ອມກັນລົງຂ່າວກ່ຽວກັບເລື່ອງ ຫວຽດນາມ ແລະ ນິວຊີແລນເປັນເອກະພາບໃນການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.