• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ - ລັດ​ເຊຍ ດຳ​ເນີນ​ວາ​ລະ​ເຈ​ລະ​ຈາ​ຄັ້ງ​ທີ 2 ກ່ຽວ​ກັບ​ການ​ຟື້ນ​ຟູ​ສາຍ​ພົວ​ພັນ ວັນພະຫັດ ທີ 27 ກຸມພາ ຄ.ສ. 2025 | 17:34:54

ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ສອງຝ່າຍພວມຍູ້ໄວການກະກຽມໃຫ້ແກ່ການພົບປະຂັ້ນສູງລະຫວ່າງການນຳສອງປະເທດ.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: Reuters)

ວັນທີ 27 ກຸມພາ, ບັນດາຄະນະຜູ້ແທນທາງການທູດຂອງ ອາເມລິກາ ແລະ ລັດເຊຍ ໄດ້ພົບປະກັນຢູ່ Istanbul, ປະເທດ ຕວັກກີ, ເພື່ອແນໃສ່ດຳເນີນການເຈລະຈາຄັ້ງທີ 2 ກ່ຽວກັບການຟື້ນຟູການພົວພັນຢ່າງຮອບດ້ານ, ພາຍຫຼັງສອງຝ່າຍໄດ້ມີການພົວພັນກັນເປັນປົກກະຕິ ຫຼັງຈາກການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ  Vladimir Putin  ໃນວັນທີ 12 ກຸມພາ.

ຕາມຂໍ້ມູນຂ່າວໂດຍທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຍົກອອກມາໃນການຖະແຫຼງຂ່າວຢູ່ ໂດຮາ, ປະເທດ ກາຕາ ໃນຂະນະທີ່ພວມຢູ່ຢ້ຽມຢາມ ກາຕາ, ເນື້ອໃນຫຼັກໃນການເຈລະຈາລະຫວ່າງຄະນະຜູ້ແທນທາງການທູດ ລັດເຊຍ - ອາເມລິກາ ແມ່ນການຟື້ນຟູການເຄື່ອນໄຫວບັນດາສະຖານທູດຂອງສອງປະເທດປະຈຳ ວໍຊິງຕັນ (ອາເມລິກາ) ແລະ ມົດສະກູ (ລັດເຊຍ). ນີ້ກໍແມ່ນໜຶ່ງໃນບັນດາຂໍ້ຕົກລົງທຳອິດ ເຊິ່ງ ລັດເຊຍ - ອາເມລິກາ ບັນລຸໄດ້ໃນການເຈລະຈາຄັ້ງທຳອິດ ໃນວັນທີ 18 ກຸມພາ ຢູ່ Riyadh,  ອາຣັບບີ ຊະອຸດິ. ກໍໃນວັນທີ 26 ກຸມພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ສອງຝ່າຍພວມຍູ້ໄວການກະກຽມໃຫ້ແກ່ການພົບປະຂັ້ນສູງລະຫວ່າງການນຳສອງປະເທດ./.

(ແຫຼ່ງຄັດຈາກ VOV)

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທັງສອງຝ່າຍໄດ້ດຳເນີນ ພົບປະກັນຢ່າງມີປະສິດທິຜົນ ເມື່ອປຶກສາຫາລືກ່ຽວກັບວິວັດການສັນຕິພາບ ຢູ່ຢູແກຼນ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ອັງກິດ ໄປປະຕິບັດງານຢູ່ ອາເມລິກາ.

Top