ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ສອງຝ່າຍພວມຍູ້ໄວການກະກຽມໃຫ້ແກ່ການພົບປະຂັ້ນສູງລະຫວ່າງການນຳສອງປະເທດ.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: Reuters)
ວັນທີ 27 ກຸມພາ, ບັນດາຄະນະຜູ້ແທນທາງການທູດຂອງ ອາເມລິກາ ແລະ ລັດເຊຍ ໄດ້ພົບປະກັນຢູ່ Istanbul, ປະເທດ ຕວັກກີ, ເພື່ອແນໃສ່ດຳເນີນການເຈລະຈາຄັ້ງທີ 2 ກ່ຽວກັບການຟື້ນຟູການພົວພັນຢ່າງຮອບດ້ານ, ພາຍຫຼັງສອງຝ່າຍໄດ້ມີການພົວພັນກັນເປັນປົກກະຕິ ຫຼັງຈາກການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃນວັນທີ 12 ກຸມພາ.
ຕາມຂໍ້ມູນຂ່າວໂດຍທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຍົກອອກມາໃນການຖະແຫຼງຂ່າວຢູ່ ໂດຮາ, ປະເທດ ກາຕາ ໃນຂະນະທີ່ພວມຢູ່ຢ້ຽມຢາມ ກາຕາ, ເນື້ອໃນຫຼັກໃນການເຈລະຈາລະຫວ່າງຄະນະຜູ້ແທນທາງການທູດ ລັດເຊຍ - ອາເມລິກາ ແມ່ນການຟື້ນຟູການເຄື່ອນໄຫວບັນດາສະຖານທູດຂອງສອງປະເທດປະຈຳ ວໍຊິງຕັນ (ອາເມລິກາ) ແລະ ມົດສະກູ (ລັດເຊຍ). ນີ້ກໍແມ່ນໜຶ່ງໃນບັນດາຂໍ້ຕົກລົງທຳອິດ ເຊິ່ງ ລັດເຊຍ - ອາເມລິກາ ບັນລຸໄດ້ໃນການເຈລະຈາຄັ້ງທຳອິດ ໃນວັນທີ 18 ກຸມພາ ຢູ່ Riyadh, ອາຣັບບີ ຊະອຸດິ. ກໍໃນວັນທີ 26 ກຸມພາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ສອງຝ່າຍພວມຍູ້ໄວການກະກຽມໃຫ້ແກ່ການພົບປະຂັ້ນສູງລະຫວ່າງການນຳສອງປະເທດ./.