ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ຕີລາຄາສູງບັນດາໝາກຜົນຂອງການແລກປ່ຽນລະຫວ່າງທ່່ານນາຍົກລັດຖະມົນຕີ Christopher Luxon ກັບບັນດາການນຳ ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon.
ຕອນເຊົ້າວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25 ກຸມພາ ຫາວັນທີ 28 ກຸມພາ 2025.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ຕີລາຄາສູງບັນດາໝາກຜົນຂອງການແລກປ່ຽນລະຫວ່າງທ່່ານນາຍົກລັດຖະມົນຕີ Christopher Luxon ກັບບັນດາການນຳ ຫວຽດນາມ, ທ່ານເຊື່ອໝັ້ນວ່າ ສອງປະເທດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຫັນບັນດາຂໍ້ຕົກລົງລະດັບສູງໃຫ້ປະກົດຜົນເປັນຈິງ ກໍ່ຄືບັນດາເນື້ອໃນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຈະມາເຖິງ.
ສ່ວນທ່ານນາຍົກລັດຖະມົນຕີ Christopher Luxon ຢັ້ງຢືນຈະສືບຕໍ່ໜູນຊ່ວຍຫວຽດນາມ ຍົກສູງຄຸນນະພາບຜະລິດຕະພັນກະສິກຳ ທີ່ມີມູນຄ່າສົ່ງອອກສູງ, ຜັນຂະຫຍາຍບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊ່ວຍບຳລຸງສ້າງພາສາອັງກິດໃຫ້ແກ່ພະນັກງານຫຼັກແຫຼ່ງຂອງ ຫວຽດນາມ, ສົ່ງເສີມບັນດາມະຫາວິທະຍາໄລໃໝ່ຂອງນິວຊີແລນ ເພີ່ມທະວີການເຊື່ອມຕໍ່ກັບບັນດາມະຫາວິທະຍາໄລ ຂອງ ຫວຽດນາມ, ຕອບສະໜອງຄວາມຕ້ອງການໃນການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)