• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດືອນ​ຊາວ​ໜຸ່ມ 2025: ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ໄວ​ໜຸ່ມ​ໃນ​ການກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ

ວັນທີ 28 ກຸມພາ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ໄດ້ຈັດພິທີເລີ່ມຕົ້ນເດືອນຊາວໜຸ່ມປີ 2025 ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງໃຫ້ແກ່ວຽກງານຊີວິດສັງຄົມ ແລະ ຊີວິດປະຊາຄົມ.
(ພາບ: TTXVN)

ດ້ວຍຫົວຂໍ້ “ໄວໜຸ່ມ ລາຍເຈົາ ມີຄວາມເອກອ້າງທະນົງໃຈ, ເຊື່ອມໝັ້ນໄປຕາມພັກຢ່າງໝັ້ນຄົງ”, ເດືອນຊາວໜຸ່ມປີນີ້, ບັນດາສະມາຊິກຊາວໜຸ່ມແຂວງ ລາຍເຈົາ ໄດ້ສຸມໃສ່ປະຕິບັດບັນດາກິດຈະກຳ, ສ່ວນວຽກງານທີ່ຊາວໜຸ່ມເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ໜູນຊ່ວຍຊາວໜຸ່ມ startup, ກໍ່ຮ່າງສ້າງຕົວ; ຜັນຂະຫຍາຍກິດຈະກຳຂ່ຳນັບຊົມເຊີຍກອງປະຊຸມໃຫ່ຍພັກຂັ້ນຕ່າງໆ…

ສ່ວນຢູ່ແຂວງ ຫາຍເຢືອງ, ຄະນະຊາວໜຸ່ມຂັ້ນຕ່າງໆໃນແຂວງ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວມຸ່ງໄປເຖິງຫົວເລື່ອງ “ໄວໜຸ່ມ ຫາຍເຢືອງ ມີຄວາມເອກອ້າງທະນົງໃຈ, ເຊື່ອມໝັ້ນໄປຕາມພັກຢ່າງໝັ້ນຄົງ”. ໃນເດືອນມີນາ, ຄະນະຊາວໜຸ່ມແຂວງ ຈະມອບຢ່າງໜ້ອຍສຸດ 3 ກິດຈະກຳຊາວໜຸ່ມ; ຈັດການໃຫ້ຄຳປຶກສາ, ກວດ, ປິ່ນປົວພະຍາດ, ສະໜອງຢຸກຢາໃຫ້ ປຊຊ 3000 ຄົນໂດຍບໍ່ເກັບຄ່າ, ສູ້ຊົນຂົນຂວາຍໄດ້ເລືອດ 3000 ຖົງ…

(ແຫຼ່ງຄັດຈາກ VOV)

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ອັງ​ກິດ - ອາ​ເມ​ລິ​ກາ ເຈ​ລະ​ຈາ​ກ່ຽວ​ກັບ ຢູ​ແກຼນ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ທັງສອງຝ່າຍໄດ້ດຳເນີນ ພົບປະກັນຢ່າງມີປະສິດທິຜົນ ເມື່ອປຶກສາຫາລືກ່ຽວກັບວິວັດການສັນຕິພາບ ຢູ່ຢູແກຼນ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ອັງກິດ ໄປປະຕິບັດງານຢູ່ ອາເມລິກາ.

Top