ຂ່າວສານ

ເດືອນ​ຊາວ​ໜຸ່ມ 2025: ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ໄວ​ໜຸ່ມ​ໃນ​ການກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ

ວັນທີ 28 ກຸມພາ, ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ໄດ້ຈັດພິທີເລີ່ມຕົ້ນເດືອນຊາວໜຸ່ມປີ 2025 ດ້ວຍບັນດາການເຄື່ອນໄຫວທີ່ແທດຈິງໃຫ້ແກ່ວຽກງານຊີວິດສັງຄົມ ແລະ ຊີວິດປະຊາຄົມ.
(ພາບ: TTXVN)

ດ້ວຍຫົວຂໍ້ “ໄວໜຸ່ມ ລາຍເຈົາ ມີຄວາມເອກອ້າງທະນົງໃຈ, ເຊື່ອມໝັ້ນໄປຕາມພັກຢ່າງໝັ້ນຄົງ”, ເດືອນຊາວໜຸ່ມປີນີ້, ບັນດາສະມາຊິກຊາວໜຸ່ມແຂວງ ລາຍເຈົາ ໄດ້ສຸມໃສ່ປະຕິບັດບັນດາກິດຈະກຳ, ສ່ວນວຽກງານທີ່ຊາວໜຸ່ມເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ໜູນຊ່ວຍຊາວໜຸ່ມ startup, ກໍ່ຮ່າງສ້າງຕົວ; ຜັນຂະຫຍາຍກິດຈະກຳຂ່ຳນັບຊົມເຊີຍກອງປະຊຸມໃຫ່ຍພັກຂັ້ນຕ່າງໆ…

ສ່ວນຢູ່ແຂວງ ຫາຍເຢືອງ, ຄະນະຊາວໜຸ່ມຂັ້ນຕ່າງໆໃນແຂວງ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວມຸ່ງໄປເຖິງຫົວເລື່ອງ “ໄວໜຸ່ມ ຫາຍເຢືອງ ມີຄວາມເອກອ້າງທະນົງໃຈ, ເຊື່ອມໝັ້ນໄປຕາມພັກຢ່າງໝັ້ນຄົງ”. ໃນເດືອນມີນາ, ຄະນະຊາວໜຸ່ມແຂວງ ຈະມອບຢ່າງໜ້ອຍສຸດ 3 ກິດຈະກຳຊາວໜຸ່ມ; ຈັດການໃຫ້ຄຳປຶກສາ, ກວດ, ປິ່ນປົວພະຍາດ, ສະໜອງຢຸກຢາໃຫ້ ປຊຊ 3000 ຄົນໂດຍບໍ່ເກັບຄ່າ, ສູ້ຊົນຂົນຂວາຍໄດ້ເລືອດ 3000 ຖົງ…


top