• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ສາ​ກົນ​ສືບ​ຕໍ່​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວນຊົນສາກົນສືບຕໍ່ຍົກໃຫ້ເຫັນຢ່າງຈະແຈ້ງທີ່ຕັ້ງບົດບາດທີ່ນັບມື້ນັບເພີ່ມຂຶ້ນ, ກໍຄືທ່າອ່ຽງພັດທະນາຢ່າງແຮງຂອງ ຫວຽດນາມ ໃນຫຼາຍຂົງເຂດ.
ໜັງສືພິມ ຝລັ່ງ ເນັ້ນໜັກເຖິງເປົ້າໝາຍທີ່ເຕັມໄປດ້ວຍຄວາມຫວັງຂອງຫວຽດນາມ (ພາບໜ້າຈໍ່ເວັບໄຊ)

ໜັງສືພິມ L’Humanité ຂອງ ຝລັ່ງ ໄດ້ລົງບົດຂຽນໂດຍເນັ້ນໜັກວ່າ, ພາຍຫຼັງຫຼາຍທົດສະວັດເສດຖະກິດມີການເຕີບໂຕຢ່າງປະທັບໃຈ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ວາງເປົ້າໝາຍຮັກສາຈັ່ງວະພັດທະນາຮອດປີ 2030, ພ້ອມທັງຊຸກຍູ້ນະວັດຕະກຳ, ໃນຂອບເຂດເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ.

ສື່ມວນຊົນ ໄທ ກໍຕິດຕາມ ແລະ ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ໜັງສືພິມ Thaipublica ມີບົດຂຽນຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ແມ່ນ “ບາດລ້ຽວຍຸດທະສາດ” ໃນວິວັດທະນາການຫັນປະເທດເປັນທັນສະໄໝ; ສ້າງຂີດໝາຍຫັນປ່ຽນຢ່າງຈະແຈ້ງຂອງ ຫວຽດນາມ ໄປສູ່ຮູບແບບການເຕີບໂຕໃໝ່, ສຸມໃສ່ຍົກສູງສະມັດຕະພາບ, ຊຸກຍູ້ການຫັນເປັນດີຈີຕອນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ທ່ານນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top