ໃນຕອນເຊົ້າວັນທີ 26 ມັງກອນ, ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ.
ໄປຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນຍບາຍ ມີບັນດາສະຫາຍ ກຳມະການກົມການເມືອງ: ໂດ໊ວັນຈຽນ, ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ; ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍ ສະຫາຍ ເລຂາທິການສູນກາງພັກ, ຮອງປະທານປະເທດ ຫວໍທິແອັງຊວນ; ບັນດາສະຫາຍ ກຳມະການສູນກາງພັກ: ເລແຄ໋ງຫາຍ, ຫົວໜ້າຫ້ອງວ່າການປະທານປະເທດ; ຫວູດ້າຍຖັ໋ງ, ປະທານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ; ແລະ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕິມ.
ສະຫາຍ ໂດ໊ວັນຈຽນ, ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ແລະ ສະຫາຍ ຫວໍທິແອັງຊວນ, ຮອງປະທານປະເທດ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA
ສະຫາຍ ໂດ໊ວັນຈຽນ, ຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA
ພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA
ພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA
ນັກຮຽນ, ນັກສຶກສາ ນະຄອນຫຼວງ ຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ມິງດຶກ/VNA
VNA/VNP