• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຽນ​ມາ ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ວັນທີ 25 ມັງກອນ, ການເລືອກຕັ້ງທົ່ວປະເທດຢູ່ ມຽນມາ ໄດ້ກ້າວເຂົ້າສູ່ຮອບທີ 3 ແລະ ກໍແມ່ນຮອບສຸດທ້າຍໃນສະພາບການພັກພັນທະມິດສາມັກຄີ ແລະ ພັດທະນາ (USDP), ໄດ້ຮັບຖືວ່າ ໃກ້ຊິດກັບກອງທັບ, ນຳໜ້າດ້ວຍຈຳນວນບັດສະໜັບສະໜູນສູງຢູ່ລັດຖະສະພາ.
  ປະຊາຊົນລໍຖ້າປ່ອນບັດເລືອກຕັ້ງຢູ່ Naypyitaw, ມຽນມາ ໃນວັນທີ 28/12/2025. (ພາບ: REUTERS/Stringer)  
ຢູ່ສະຖານທີປ່ອນບັດຕ່າງໆທີ 60 ເທດສະບານ ໄດ້ພ້ອມກັນເປີດປະຕູແຕ່ 6 ໂມງເຊົ້າ (ຕາມເວລາທ້ອງຖິ່ນ ກົງກັບ 6 ໂມງ 30 ນາທີ ຕາມເວລາ ຫວຽດນາມ). ການເລືອກຕັ້ງທົ່ວປະເທດຄັ້ງນີ້ໄດ້ແບ່ງອອກເປັນ 3 ຮອບ, ດ້ວຍຈຳນວນສະຖານທີ່ປ່ອນບົດກວ່າ 21.000 ແຫ່ງໃນທົ່ວປະເທດ. ເມື່ອສັງລວມຕົວເລກໃນເບື້ອງຕົ້ນຈາກບັນບັ້ນປະກາດຕ່າງໆຂອງຄະນະກຳມະການເລືອກຕັ້ງສະຫະພາບ, ພາຍຫຼັງຮອບທີ 1 ແລະ ຮອບທີ 2, ຈຳນວນບ່ອນນັ່ງທັງໝົດຂອງພັກ USDP ແລະ ກອງທັບ ມຽນມາ ສົມທົບກັນ ລວມເປັນກວ່າ 400 ບ່ອນນັ່ງ, ກວມເອົາສ່ວນໃຫຍ່ຈຳນວນບ່ອນນັ່ງຢູ່ລັດຖະສະພາ. ໝາກຜົນການເລືອກຕັ້ງທົ່ວປະເທດຄາດວ່າຈະປະກາດໃນທ້າຍເດືອນ ມັງກອນ 2026. ສະພາແຫ່ງຊາດໄດ້ຮຽກໂຮມວາລະປະຊຸມຄັ້ງປະຖົມມະລຶກໃນເດືອນ ມີນາ ແລະ ລັດຖະບານໃໝ່ ຈະໄດ້ສ້າງຕັ້ງຂຶ້ນ ແລະ ຮັບຜິດຊອບບໍລິຫານໃນເດືອນ ເມສາ 2026.

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top