ຕອນຄ່ຳວັນທີ 24 ມັງກອນ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລິມ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.
ບັນຍາກາດການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ Vladimir Putin (ພາບ: TTXVN)
ທ່ານປະທານາທິບໍດີ Vladimir Putin ຢັ້ງຢືນວ່າ ນີ້ແມ່ນເຫດການການເມືອງສຳຄັນ, ກຳນົດທິດທາງ, ວາງອອກບັນດາເປົ້າໝາຍໃຫຍ່ ແລະ ຮັບຮອງເອົາບັນດານະໂຍບາຍຊີ້ຂາດສຳຄັນ, ບັນດາໜ້າທີ່, ມາດຕະການເພື່ອນຳ ຫວຽດນາມ ພັດທະນາຢ່າງວ່ອງໄວ, ຍືນຍົງໃນສັງກາດໃໝ່ ແລະ ກາຍເປັນປະເທດມີລາຍຮັບສູງໃນປີ 2045. ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ ເລື່ອງທ່ານ ໂຕເລິມ ສືບຕໍ່ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານກາງພັກສະໄໝທີ XIV ນັ້ນ ໄດ້ຢັ້ງຢືນໃຫ້ເຫັນຄວາມໄວ້ວາງໃຈດ້ານການເມືອງ, ການປະກອບສ່ວນສຳຄັນຂອງທ່ານໂຕເລິມ ໃນການວາງແຜນກຳນົດ, ຍົກອອກບັນດານະໂຍບາຍຊີ້ຂາດຍຸດທະສາດພັດທະນາເສດຖະກິດ - ສັງຄົມແບບຍືນຍົງ, ປົກປ້ອງຜົນປະໂຫຍດ ແລະ ຍົກສູງທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ.
ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN)
ຕາງໜ້າໃຫ້ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຜ່ານບັນດາສະໄໝກອງປະຊຸມໃຫຍ່, ຫວຽດນາມ ຍາມໃດກໍມີເພື່ອນມິດຕະພາບທີ່ເປັນມູນເຊື້ອໃຫ້ຄວາມເອົາໃຈໃສ່ ແລະ ສະໜັບສະໜູນ, ໃນນັ້ນ ມີ ໂຊຫວຽດ ໃນເມື່ອກ່ອນ ແລະ ສະຫະພັນ ລັດເຊຍ ໃນປັດຈຸບັນ. ທ່ານເລຂາທິການໃຫຍ່ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin ໄດ້ຕົກລົງເປັນເອກະພາບພ້ອມແລ້ວທີ່ຈະແລກປ່ຽນຢ່າງສ້າງສັນ, ເປີດອົກເປີດໃຈບົນຈິດໃຈເຂົ້າໃຈ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຜົນປະໂຫຍດກົມກຽວເພື່ອຍົກລະດັບການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອ ແລະ ເປີດກວ້າງໄປສູ່ບັນດາຂົງເຂດໃໝ່ທີ່ກຳລັງບົ່ມຊ້ອນ.
ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ Putin ກໍເຊື້ອເຊີນທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ ລັດເຊຍ ໃນບໍ່ວ່າເວລາໃດທີ່ມີຄວາມເໝາະສົມ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍໄດ້ຮັບຄຳເຊີນແລະ ເຊື້ອເຊີນທ່ານປະທານາທິບໍດີ Vladimir Putin ມາຢ້ຽມຢາມ ຫວຽດນາມ ໃນໄວໆນີ້.
(ແຫຼ່ງຄັດຈາກ VOV)