• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ລາວ ຍົກ​ອອກ​ຄວາມ​ໝາຍ​ຂອງ ໄຊະ​ນະ ດ້ຽນ​ບຽນ​ຝູ ໃນ​ຄວາມ​ສາ​ມັກ​ຄີ​ພິ​ເສດ ຫວຽດ​ນາມ-ລາວ

ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍສຳຄັນທີ່ສຸດສຳລັບສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ, ສຳພັນທະມິດສູ້ຮົບ ລາວ-ຫວຽດນາມ.
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954-7/5/2023), ໜັງສືພິມ ປະຊາຊົນ ກະບອກສຽງຂອງພັກ ປຊຊ ປະຕິວັດລາວ ສະບັບອອກວັນທີ 8 ພຶດສະພາ ໄດ້ລົງພິມຢ່າງສົມກຽດບົດຂຽນທີ່ມີຫົວຂໍ້ວ່າ “69 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ”. ບົດຂຽນຢັນຢັນວ່າ: ໄຊຊະນະ ດ້ຽນບຽນຝູ ແມ່ນໜຶ່ງໃນບັນດາບັ້ນຮົບສຸດຍອດ, ແມ່ນການຕໍ່ສູ້ທີ່ດຸເດືອດທີ່ສຸດລະຫວ່າງ ກອງທັບ ປຊຊ ຫວຽດນາມ ແລະ ກອງທັບສະຫະພັນ ຝະລັ່ງ. ນີ້ບໍ່ພຽງແຕ່ແມ່ນໄຊະນະນະຂອງ ປຊຊ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນໄຊຊະນະຂອງ ປຊຊ ລາວ ແລະ ປຊຊ ກຳປູເຈຍ ເພື່ອປົດປ່ອຍຕົນເອງ, ບັງຄັບໃຫ້ສັດຕູຕ້ອງເຊັນສັນຍາ ເຊແນວກ່ຽວກັບ ອິນດູຈິນ, ຍອບຮັບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ອີກດ້ວຍ.

ບົດຂຽນ ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ມີຄວາມໝາຍສຳຄັນທີ່ສຸດສຳລັບສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ, ສຳພັນທະມິດສູ້ຮົບ ລາວ-ຫວຽດນາມ, ແມ່ນການພິສູດກ່ຽວກັບການສົມທົບກັນ ແລະ ໜູນຊ່ວຍຊື່ງກັນ ແລະ ກັນ ໃນທັງພາກິດຕໍ່ສູ້ຍາດເອົາເອະລາດ ແລະ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.

Top