• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນຂອງ​​ໄທ: ການ​ຢ້ຽມ​ຢາມ​ ໄທ​ ຂອງ ​ທ່ານປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມີ​ຄວາມ​ໝາຍ​​ສຳ​ຄັນ​ທາງ​ປະ​ຫວັດ​ສາດ

ເນື່ອງໃນໂອກາດຢ້ຽມຢາມໄທ ແລະ ເຂົ້າຮ່ວມກອງປະຊຸມບັນດາການນຳ ເອເປັກ ຄັ້ງທີ 29, ນັບແຕ່ວັນທີ 16-19 ພະຈິກ ຢູ່ນະຄອນຫຼວງບາງກອກ ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ສື່ມວນຊົນຂອງໄທ ໄດ້ລົງຫຼາຍບົດຂ່າວ ໂດຍຢືນຢັນວ່າການຢ້ຽມຢາມແມ່ນມີຄວາມໝາຍສຳຄັນທາງປະຫວັດສາດ, ສ້າງຂີດໝາຍໃໝ່ໃນການພົວພັນສອງປະເທດ.

  ວິທະຍຸກະຈາຍສຽງແຫ່ງຊາດໄທ ອອກຂ່າວກ່ຽວກັບການຢ້ຽມຢາມ ໄທຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ  

ໃນວັນທີ 15 ພະຈິກ ໂທລະພາບແຫ່ງຊາດໄທ ແລະ ວິທະຍຸກະຈາຍສຽງແຫ່ງຊາດໄທ ໄດ້ອອກອາກາດພາກຂ່າວສະຖານະການໂດຍໃຫ້ຮູ້ວ່າ ນີ້ແມ່ນການຢ້ຽມຢາມໄທ ຄັ້ງທຳອິດ ຂອງການນຳຫຼັກແຫຼ່ງຂອງຫວຽດນາມ ພາຍຫຼັງຈາກໂລກລະບາດ ໂຄວິດ 19. ການຢ້ຽມຢາມໄດ້ຢືນຢັນການຕັດສິນໃຈປັບປຸງຄວາມສາມັກຄີ, ເພີ່ມທະວີການຮ່ວມມືເພື່ອຄວາມວັດທະນາຖາວອນລວມຂອງສອງປະເທດ, ແມ່ນໂອກາດທີ່ສອງປະເທດໄດ້ປຶກສາຫາລື ແລະ ເປັນເອກະພາບກັນກ່ຽວກັບ ມາດຕະການແກ້ໄຂເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ-ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ-ການລົງທຶນ ຕະຫຼອດຮອດການປະສານສົມທົບຫຼັກໝັ້ນ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

ກ່ອນໜ້ານັ້ນ, ສຳນັກຂ່າວ ThaiPBSWorld ໄດ້ລົງບົດຂຽນຂອງນັກຮຽນຮູ້ ກາວີ ຈົງກິດຖາວອນ ທີ່ມີຫົວຂໍ້ວ່າ: “ຄວາມໝາຍ ໃນການຢ້ຽມຢາມໄທ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ”, ຍົກໃຫ້ເຫັນຄວາມສຳຄັນຂອງການຢ້ຽມຢາມປະກອບສ່ວນປັບປຸງ ແລະ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ-ໄທ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top