• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ສປປ.ເກົາຫຼີ ໃຫ້ຂ່າວກ່ຽວກັບການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ Ri Yong-ho ກັບທ່ານປະທານປະເທດ ຈີນ

      ວັນທີ 09 ທັນວາ, ສື່ມວນຊົນ ສປປ.ເກົາຫຼີ ໄດ້ໃຫ້ຂ່າວກ່ຽວກັບບັນດາການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫລີ Ri Yong-ho ກັບທ່ານປະທານປະເທດ ຈີນ ສີຈິ້ນຜີງ ກໍ່ຄືການພົບປະກັບຄູ່ຕຳແໜ່ງ ຫວາງອີ ໃນການຢ້ຽມຢາມ ປັກກິງ ຜ່ານມາ. 

ທ່ານລັດຖະມົນຕີການຕ່າງປະເທດ ສປປ ເກົາຫລີ Ri Yong-ho  ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜີງ (ພາບ: THX/TTXVN)
            ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລະ ໜັງສືພິມ Rodong Sinmun, ອົງການກະບອກສຽງຂອງພັກແຮງງານ ສປປ.ເກົາຫຼີ ແລ້ວ, ໃນການຢ້ຽມຢາມ ຈີນ, ທ່ານລັດຖະມົນຕີການຕ່າງປະເທດ Ri Yong-ho ໄດ້ມີການພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜີງ ໃນວັນທີ 07 ທັນວາ. ທີ່ການພົບປະ, ທ່ານປະທານປະເທດ ຈີນ ໄດ້ຢືນຢັນຄືນໃໝ່ ການພົວພັນໝັ້ນຄົງ 2 ຝ່າຍກັບ ພຽງຢາງ, ຕາມນັ້ນແລ້ວ, ທ່ານ ສີຈິ້ນຜີງ ຊີ້ແຈ້ງວ່າ: ທ່ານຖືການພົວພັນ ພຽງຢາງ - ປັກກິງ “ແມ່ນສຳຄັນທີ່ສຸດ” ແລະ ເນັ້ນໜັກວ່າ “ຫຼັກການນະໂຍບາຍຢຶດໝັ້ນ” ຂອງລັດຖະບານ ແລະ ພັກກອມມູນິດ ຈີນ ແມ່ນພັດທະນາການພົວພັນນີ້ກ່ວາອີກ.
        ທ່ານ Ri Yong-ho ຢ້ຽມຢາມ ຈີນ ແຕ່ວັນທີ 06-08 ທັນວາ ຕາມຄຳເຊີນຂອງທ່ານ ຫວາງອີ, ກຳມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top