• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ສປປ.ເກົາຫຼີປະກາດກ່ຽວກັບບັນດາການເຄື່ອນໄຫວໃຫມ່ຂອງການນຳ Kim Jong – un

      ຕາມສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີ, ວັນທີ 27 ເມສາ  ສື່ມວນຊົນ ສປປ.ເກົາຫຼີ  ໄດ້ເອົາລົງຂ່າວວ່າ ການນຳປະເທດ ສປປ.ເກົາຫຼີ Kim Jong – un ໄດ້ສະແດງຄວາມຂອບໃຈຕໍ່ບັນດາກຳມະກອນກໍ່ສ້າງ ພວມເຮັດວຽກຢູ່ ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂຶ້ນກັບຝັ່ງທະເລຕາເວັນອອກຂອງນະຄອນ Wonsan. 

ການນຳປະເທດ ສປປ.ເກົາຫຼີ Kim Jong – un (ພາບ: Yonhap/TTXVN) 
      ໜັງສືພິມ Rodong  Sinmun   ເຊິ່ງເປັນອົງການກະບອກສຽງຂອງພັກແຮງງານ ສປປ.ເກົາຫຼີ ຊີ້ໃຫ້ເຫັນວ່າ: “ການນຳ Kim Jong – un ໄດ້ສົ່ງຄຳຂອບໃຈໄປຍັງບັນດາຜູ້ອອກແຮງງານທີ່ໄດ້ອຸທິດສ່ວນເຫື່ອແຮງເພື່ອກໍ່ສ້າງສະຖານທີ່ທ່ອງທ່ຽວ Wonsan - Kalma”. ໃນວັນດຽວກັນ, ສະຖານີໂທລະພາບສູນກາງ ສ.ເກົາຫຼີກໍ່ໄດ້ເອົາລົງຂ່າວຄືດັ່ງກ່າວ.
        ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໄດ້ປະກາດວ່າ ການນຳ Kim Jong-un ໄດ້ສົ່ງສານອວຍພອນໄປຍັງທ່ານ Cryril Ramaphosa ປະທານາທິບໍດີ ອາຟຼິກາໃຕ້ພ້ອມກັບປະຊາຊົນ ອາຟຼິກາໃຕ້ເນື່ອງໃນໂອກາດວັນປົດປ່ອຍອາຟຼິກາໃຕ້, ພ້ອມທັງຢັ້ງຢືນນ້ຳໃຈໄມຕີຈິດມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດພວມສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມ.
ບັນດາການປະກາດດັ່ງກ່າວໄດ້ຍົກອອກມາໃນສະພາບການມີຂ່າວລືກ່ຽວກັບສຸຂະພາບຂອງທ່ານ Kim Jong – un. ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ ສ.ເກົາຫຼີໄດ້ປະຕິເສດບັນດາຂ່າວຄາວດັ່ງກ່າວ, ພ້ອມທັງຢັ້ງຢືນວ່າ ບໍ່ມີການຜັນແປໃດທີ່ຜິດປົກກະຕິຢູ່ສປປ.ເກົາຫຼີ ແລະ ທ່ານ Kim Jong - un ໄດ້ຖືວ່າພວມມີໜ້າຢູ່ ເຂດ Wonsan.
 (ແຫຼ່ງຄັດຈາກ VOV)

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ ຈີນ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ.

Top