• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ຍີ່ປຸ່ນ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບໄຊຊະນະຂອງທິມບານເຕະ U23 ຫວຽດນາມ


      “ຫວຽດນາມ, ຜູ້ຕາງໜ້າມາຈາກອາຊີຕາເວັນອອກສ່ຽງໃຕ້, ຍາດໄດ້ໄຊຊະນະຢ່າງລຽນຕິດ ແລະ ເປັນຄັ້ງທຳອິດທີ່ລອດເຂົ້າຮອດຮອບຊິງຊະນະເລີດ. ທົ່ວທັງນະຄອນຫຼວງ ຮ່າໂນ້ຍ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ”.

(ພາບ:  Hoàng Linh/TTXVN) 
      ໄຊຊະນະທີ່ງົດງາມຂອງທິມບານເຕະ U23 ຫວຽດນາມ ຕໍ່ທິມບານເຕະ ກາຕາ ໃນຮອບຮອງຊະນະເລີດເມື່ອວັນທີ 23 ມັງກອນ ໄດ້ກາຍເປັນຫົວເລື່ອງທີ່ພົ້ນເດັ່ນ ໃນບັນດາເວັບໄຊກິລາຂອງ ຍີ່ປຸ່ນ. ດ້ວຍຫົວຂໍ້ “ການແຂ່ງຂັນບານເຕະ U23 ອາຊີ - ເປັນຄັ້ງທຳອິດທີ່ ຫວຽດນາມ ໄດ້ເຂົ້າໄປຮອດຮອບຊິງຊະນະເລີດ - ຮ່າໂນ້ຍ ຕ້ອນຮັບຄວາມເບີກບານມ່ວນຊື່ນອັນໃຫຍ່ຫຼວງ”, ເວັບໄຊຂອງ ສະຖານີໂທລະພາບ NHK ຍີ່ປຸ່ນ ໄດ້ໃຫ້ຂ່າວວ່າ: “ຫວຽດນາມ, ຜູ້ຕາງໜ້າມາຈາກອາຊີຕາເວັນອອກສ່ຽງໃຕ້, ຍາດໄດ້ໄຊຊະນະຢ່າງລຽນຕິດ ແລະ ເປັນຄັ້ງທຳອິດທີ່ລອດເຂົ້າຮອດຮອບຊິງຊະນະເລີດ. ທົ່ວທັງນະຄອນຫຼວງ ຮ່າໂນ້ຍ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ”.
        ສ່ວນໜັງສືພິມ Nikkansport ໃຫ້ຂ່າວວ່າ ຫວຽດນາມ ໄດ້ໄຊຊະນະຕໍ່ ກາຕາ ໃນການເຕະລູກໂທດ 11 ແມັດ, ເປັນຄັ້ງທຳອິດທີ່ໄດ້ເຂົ້າຮອບຊິງຊະນະເລີດ U23  ອາຊີ ແລະ ຈະສູ້ຢັນກັນກັບທິມບານເຕະ U23 Uzbekistan.
        ສື່ເອເລັກໂຕນິກອື່ນໆຂອງ ຍີ່ປຸ່ນ ຄື: headlines yahoo, newslivedoor… ລ້ວນແຕ່ຄັດສະເໜີແຫຼ່ງຂ່າວຈາກບັນດາສຳນັກຂ່າວສານໃຫຍ່ຂອງ ຍີ່ປຸ່ນ ຄື Kyodo, Jiji ໂດຍໃຫ້ຂ່າວວ່າ ເປັນຄັ້ງທຳອິດທີ່ ຫວຽດນາມ ສາມາດເຂົ້າແຂ່ງຂັນຮອບຊິງຊະນະເລີດໃນງານແຂ່ງຂັນບານເຕະ U23 ອາຊີ.
 (ແຫຼ່ງຄັດຈາກ VOV)
 
 
 

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ສະພາບການເສດຖະກິດ - ສັງຄົມ ໃນ 5 ເດືອນຂອງທົ່ວປະເທດ ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ.

Top