• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ກຳປູເຈຍ ຕີລາຄາສູງໝາກຜົນການຢ້ຽມຢາມ ກຳປູເຈຍ ຂອງປະທານປະເທດ ຫວຽດນາມ ໂຕເລີມ

ໃນຊຸມມື້ຜ່ານມາ ບັນດາອົງການສື່ມວນຊົນ, ສື່ສານ ກຳປູເຈຍ ໄດ້ລົງຂ່າວຢ່າງຫລວງຫລາຍ, ຕໍ່ເນື່ອງ ໂດຍອັບເດດຂ່າວຄາວກ່ຽວກັບການເຄື່ອນໄຫວຂອງປະທານປະເທດ ຫວຽດນາມ ໂຕເລີມ .
ສື່ມວນຊົນ ກຳປູເຈຍ ໄດ້ລົງຂ່າວຢ່າງຫລວງຫລາຍກ່ຽວກັບການເຄື່ອນໄຫວຂອງປະທານປະເທດ ຫວຽດນາມ ໂຕເລີມ ຢູ່ ກຳປູເຈຍ. ພາບ: TTXVN

ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຫາກໍ່ສິ້ນສຸດການຢ້ຽມຢາມທາງລັດຖະກິດ ກຳປູເຈຍ ໃນເວລາສອງວັນຄື 12 ແລະ 13 ກໍລະກົດ ຕາມຄຳເຊີນຂອງ ກະສັດກຳປູເຈຍ Norodom Sihamoni. ໃນຊຸມມື້ຜ່ານມາ ບັນດາອົງການສື່ມວນຊົນ, ສື່ສານ ກຳປູເຈຍ ໄດ້ລົງຂ່າວຢ່າງຫລວງຫລາຍ, ຕໍ່ເນື່ອງ ໂດຍອັບເດດຂ່າວຄາວກ່ຽວກັບການເຄື່ອນໄຫວຂອງປະທານປະເທດ ຫວຽດນາມ ໂຕເລີມ ພ້ອມທັງຕີລາຄາສູງໝາກຜົນການຢ້ຽມຢາມຄັ້ງນີ້.

ບັນດາອົງການສື່ມວນຊົນ, ສື່ສານໃຫຍ່ຂອງ ກຳປູເຈຍ, ສຳນັກຂ່າວສານແຫ່ງຊາດ ກຳປູເຈຍ (AKP), Kampuchea Thmey, SBM News, CNC, DAP News, FRESH News...ໄດ້ເຕື້ອງເຖິງເນື້ອໃນບັນດາການພົບປະ, ເຈລະຈາລະຫວ່າງທ່ານປະທານປະເທດ ຫວຽດນາມ ກັບກະສັດ ແລະ ການນຳຂັ້ນສູງ ກຳປູເຈຍ ຕາມບັນດາຫົວເລື່ອງທີ່ມີເນື້ອໃນອຸດົມສົມບູນ, ຫລາຍຮູບແບບ ພ້ອມກັບການເຄື່ອນໄຫວຫລາຍຢ່າງ. ນອກຈາກການລົງຂ່າວເປັນຫລາຍຮູບແບບ, ຫລາຍປະເພດກ່ຽວກັບເນື້ອໃນການພົບປະຂັ້ນສູງຄັ້ງຕ່າງໆ, ສື່ມວນຊົນ ກຳປູເຈຍ ຍັງເອົາໃຈໃສ່ລົງຂ່າວກ່ຽວກັບການເຄື່ອນໄຫວອື່ນອີກໃນຂອບເຂດການຢ້ຽມຢາມກຳປູເຈຍ ຂອງທ່ານປະທານປະເທດ ໂຕເລີມ.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top