• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນຫວຽດນາມເປັນເຈົ້າການ,ປ່ຽນໃໝ່ເພື່ອພັດທະນາຢ່າງແຮງໃນໄລຍະຈະມາເຖິງ

      ວັນທີ 17 ເມສາ, ຢູ່ແຂວງ ເງະອານ, ສະມາຄົມນັກຂ່າວຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດຜັນຂະຫຍາຍວຽກງານສະມາຄົມປີ 2018, ສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງສະມາຄົມນັກຂ່າວຫວຽດນາມ.

ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ
(ພາບ: baonghean.vn)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ເນັ້ນໜັກວ່າ: ບັນດາການເຄື່ອນໄຫວສື່ມວນຊົນຕ້ອງເປັນເຈົ້າການ, ປ່ຽນໃໝ່ເພື່ອມີບາດກ້າວພັດທະນາໃນໄລຍະຈະມາເຖິງ. ໃນນັ້ນ, ຕ້ອງຮັກສາການກຳນົດທິດດ້ານການເມືອງ, ຈຸດປະສົງ, ເປົ້າໝາຍຮັບໃຊ້, ຍົກສູງຈິດໃຈປະຕິວັດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ປະຊາຊົນ.
      “ວຽກງານຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ. ໝາກຜົນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ບັນດາມະຕິຂອງສູນກາງ ແລະ ການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດປີ 2018 ແນ່ນອນວ່າຈະນຳມາໃຫ້ບັນດານັກຂ່າວມີອາລົມຈິດຢ່າງແທດຈິງເພື່ອໃຫ້ພວກເຮົາປະຕິບັດໜ້າທີ່ອັນສູງສົ່ງຂອງຜູ້ເຮັດວຽກງານໜັງສືພິມ”.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top