ເນື່ອງໃນໂອກາດສະເຫຼີມສະຫຼອງ 101 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ, ວັນທີ 18 ມິຖຸນາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ມີບົດຂຽນ “ສື່ມວນຊົນປະຕິວັດ ຫວຽດນາມ ໃນຍຸກສະໄໝດີຈີຕອນ”, ວາງອອກບັນດາຄຳຮຽກຮ້ອງໃຫ້ແກ່ຜູ້ເຮັດຂ່າວໃນຍຸກສະໄໝໃໝ່.
ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ສື່ມວນຊົນປະຕິວັດ ຫວຽດນາມ ພວມກ້າວເຂົ້າສູ່ສະໄໝພັດທະນາໃໝ່ທີ່ສຸດ. ຂົງເຂດດີຈີຕອນໄດ້ກາຍເປັນປັດໄຈຈຳເປັນໃນການດຳລົງຊີວິດ. ເຕັກໂນໂລຊີຊ່ວຍໃຫ້ສື່ມວນຊົນໃກ້ຊິດກັບປະຊາຊົນກວ່າ ແລະ ຮັບການກະທົບຕອບຢ່າງວ່ອງໄວກວ່າ. ເຖິງຢ່າງໃດກໍ່ຕາມ, ສະພາບແວດລ້ອມທາງອິນເຕີເນັດກໍ່ໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງ. ທ່ານເນັ້ນໜັກວ່າ, ໃນຄວາມເປັນລະບຽບຮຽບຮ້ອຍຂອງການສື່ສານໃໝ່, ສື່ມວນຊົນເກືອບຄືວ່າບໍ່ໄດ້ຮັກສາທີ່ຕັ້ງສິດຜູກຂາດໃນການອອກຂ່າວໜຶ່ງດຽວອີກ. ເຖິງຢ່າງໃດກໍ່ຕາມ, ການປ່ຽນແປງນັ້ນບໍ່ໄດ້ເຮັດໃຫ້ບົດບາດຂອງສື່ມວນຊົນປະຕິວັດຫຼຸດລົງ.
ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລ້ວ, ຍ້ອນສື່ມວນຊົນປະຕິວັດ ຫວຽດນາມ ພວມຢູ່ໃນຍຸກສະໄໝດີຈີຕອນ ສະນັ້ນຕ້ອງມີການສົມທົບລະຫວ່າງຄຸນນະທາດດ້ານການເມືອງ ແລະ ກຳລັງຄວາມສາມາດເຕັກໂນໂລຊີ, ລະຫວ່າງອຸດົມຄະຕິປະຕິວັດ ແລະ ຈິນຕະນາການປ່ຽນແປງໃໝ່, ລະຫວ່າງລັກນະນະຕໍ່ສູ້ ແລະ ມະນຸດສະທຳ, ລະຫວ່າງຄວາມຮັບຜິດຊອບແຫ່ງຊາດ ແລະ ຄວາມສາມາດເຊື່ອມໂຍງ.






