• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນຍີ່ປຸ່ນສ່ອງແສງເຫດການການເມືອງຢູ່ຫວຽດນາມ

      ສຳນັກຂ່າວສານ Kyodo ໄດ້ໃຫ້ຂ່າວກ່ຽວກັບເລື່ອງຫວຽດນາມ ຈັດຕັ້ງການເລືອກຕັ້ງ ສສຊ ໃນຂະນະທີ່ຍັງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ຢ່າງເຂັ້ມງວດ.
ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາດ ປ່ອນບັດເລືອກຕັ້ງ (ພາບ:TTXVN)
      ໃນລະຫວ່າງວັນທີ 22-23 ພຶດສະພາ, ບັນດາພາຫະນະສື່ມວນຊົນຍີ່ປຸ່ນ ໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງ ສສຊ ຫວຽດນາມ, ໃນນັ້ນໄດ້ເນັ້ນໜັກເຖິງສະພາບພິເສດຂອງການເລືອກຕັ້ງ ຂະນະທີ່ໂລກລະບາດໂຄວິດ 19 ພວມແຜ່ລະບາດຄືນໃໝ່ຢູ່ຫວຽດນາມ ນັບແຕ່ທ້າຍເດືອນເມສາປີ 2021.
ໃນລາຍການຂ່າວເມື່ອວັນທີ 23 ພຶດສະພາ, ໂທລະພາບ NHK ໄດ້ໃຫ້ຂ່າວກ່ຽວກັບເລື່ອງຫວຽດນາມ ກຳລັງດຳເນີນການເລືອກຕັ້ງ ສສຊ ຊື່ງມີຜູ້ສະໝັກຮັກເລືອກຕັ້ງ ເປັນ ສສຊ ຊຸດທີ 15 ລວມທັງໝົດ 866 ທ່ານເພື່ອຄັດເລືອກ ສສຊ 500 ທ່ານ. ຕາມ ໂທລະພາບ NHK ແລ້ວ, ຍ້ອນໂລກລະບາດໂຄວິດ 19 ໄດ້ແຜ່ລະບາດຄືນໃໝ່ຢູ່ຫວຽດນາມ ນັບແຕ່ເດືອນກ່ອນ, ເມື່ອໄປປະຕິບັດສິດເປັນພົນລະເມືອງຂອງຕົນ, ບັນດາຜູ້ມີສິດເລືອກຕັ້ງ ລ້ວນແຕ່ໄດ້ໃຊ້ຜ້າອັດປາກ-ອັດດັງ, ຢາຂ້າເຊື້ອ ແລະ ວັດແຖກອຸນຫະພູມຮ່າງກາຍກ່ອນທີ່ຈະປ່ອນບັດ.
ໃນວັນດຽວກັນ, ສຳນັກຂ່າວສານ Kyodo ກໍ່ໄດ້ໃຫ້ຂ່າວກ່ຽວກັບເລື່ອງຫວຽດນາມ ຈັດຕັ້ງການເລືອກຕັ້ງ ສສຊ ໃນຂະນະທີ່ຍັງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ຢ່າງເຂັ້ມງວດ. ຢູ່ບັນດາສະຖານທີ່ປ່ອນບັດ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ໄດ້ຮັບການປະຕິດຢ່າງເຂັ້ມງວດ. ໃນການເລືອກຕັ້ງຄັ້ງນີ້, ຜູ້ມີສິດເລືອກຕັ້ງກ່ວາ 69 ລ້ານຄົນ ໄດ້ໄປປ່ອນບັດເລືອກຕັ້ງ ສສຊ 500 ທ່ານ. ໝາກຜົນການປ່ອນບັດຈະຖືກປະກາດໃນກາງເກືອນມິຖຸນາປີ 2021.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ຫວຽດນາມ ປາດຖະໜາຢາກ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ເລິກເຊິ່ງກ່ວາອີກ

ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດລັດ Lower Saxony ປາດຖະໜາຢາກສ້າງຕັ້ງການພົວພັນແລກປ່ຽນຄະນະຜູ້ແທນ ແລະ ສ້າງການພົວພັນຄູ່ຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ.

Top